ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຄ໊າຍ ພົບ​ປະ​ສອງ​ຝ່າຍ​ກັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ ແລະ ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກະ​ໂປ

(VOVWORLD) -   ວັນທີ 23 ພຶດສະພາ, ໃນຂອບເຂດການເດີນທາງໄປ ຍີ່ປຸ່ນ ເຂົ້າຮ່ວມກອງປະຊຸມອະນາຄົດ ອາຊີ ຄັ້ງທີ 29 ຢູ່ ໂຕກຽວ, ທ່ານ ເລມິງຄ໊າຍ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ພົບປະສອງຝ່າຍກັບທ່ານ Sun Chanthol ຮອງນາຍົກລັດຖະມົນຕີ ກຳປູເຈຍ ແລະ ທ່ານ Gan Kim Yong ຮອງນາຍົກລັດຖະມົນຕີ ສິງກະໂປ.
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຄ໊າຍ ພົບ​ປະ​ສອງ​ຝ່າຍ​ກັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ ແລະ ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກະ​ໂປ - ảnh 1ທ່ານ ເລມິງຄ໊າຍ ຮອງນາຍົກລັດຖະມົນຕີ ຫວຽດນາມ ພົບປະກັບທ່ານSun Chanthol ຮອງນາຍົກລັດຖະມົນຕີ ກຳປູເຈຍ (ພາບ: VOV)

ທີ່ການພົບປະກັບທ່ານ Sun Chanthol ຮອງນາຍົກລັດຖະມົນຕີ ກຳປູເຈຍ, ທ່ານ ເລມິງຄ໊າຍ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕີລາຄາວ່າ ການຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາຍັງຮັກສາໄດ້ທ່ວງທ່າພັດທະນາເປັນປົກກະຕິ ດ້ວຍການຮ່ວມມືດ້ານເສດຖະກິດແມ່ນຈຸດເດັ່ນ, ວົງເງິນການຄ້າມີການເຕີບໂຕຢ່າງກະໂດດຂັ້ນ ໃນໄຕມາດທີ 1 ຂອງປີ 2024. ໂດຍເຫັນດີຕໍ່ການຕີລາຄາດັ່ງກ່າວ, ທ່ານ Sun Chanthol ຮອງນາຍົກລັດຖະມົນຕີ ກຳປູເຈຍ ຖືວ່າ ເພື່ອບັນລຸໄດ້ເປົ້າໝາຍຍົກວົງເງິນການຄ້າສອງຝ່າຍຂຶ້ນເຖິງ 20 ຕື້ USD, ສອງປະເທດຕ້ອງເພີ່ມທະວີການພົວພັນດ້ານເສດຖະກິດ - ການຄ້າ - ການລົງທຶນ ແລະ ລັດຖະບານ ກຳປູເຈຍ ຈະສົ່ງເສີມບັນດາວິສາຫະກິດ ຫວຽດນາມ ມາລົງທຶນຢູ່ປະເທດ ກຳປູເຈຍ ໃຫ້ຫຼາຍກວ່າອີກ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຄ໊າຍ ພົບ​ປະ​ສອງ​ຝ່າຍ​ກັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ ແລະ ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກະ​ໂປ - ảnh 2ທ່ານຮອງນາຍົກລັດຖະມົນຕີ ເລມິງຄ້າຍ ພົບປະກັບທ່ານ Gan Kim Yong ຮອງນາຍົກລັດຖະມົນຕີ ສິງກະໂປ (ພາບ: VOV)
ທີ່ການພົບປະກັບທ່ານ Gan Kim Yong ຮອງນາຍົກລັດຖະມົນຕີ ສິງກະໂປ, ສອງຝ່າຍໄດ້ຕີລາຄາສູງໝາກຜົນການຮ່ວມມືຢ່າງຕັ້ງໜ້າລະຫວ່າງສອງປະເທດໃນທຸກຂົງເຂດ, ໂດຍສະເພະແມ່ນການຮ່ວມມືດ້ານເສດຖະກິດ; ເຫັນດີພິຈາລະນາຍົກການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່, ສ້າງປະຖົມປັດໄຈນຳການພົວພັນຮ່ວມມື ຫວຽດນາມ - ສິງກະໂປ ກາຍເປັນແບບຢ່າງອະນາຄົດໃນປະຊາຄົມ ອາຊຽນ. ທ່ານ ເລມິງຄ້າຍ ຮອງນາຍົກລັດຖະມົນຕີ ຫວຽດນາມ ສະເໜີໃຫ້ທ່ານຮອງນາຍົກລັດຖະມົນຕີ ສິງກະໂປ ສືບຕໍ່ຊຸກຍູ້ການຜັນຂະຫຍາຍສັນຍາຂອບ ກ່ຽວກັບການເຊື່ອມຕໍ່ສອງພື້ນຖານເສດຖະກິດ, ການພົວພັນດ້ານເສດຖະກິດສີຂຽວ - ເສດຖະກິດດີຈີຕອນ ຢ່າງມີປະສິດທິຜົນ; ເປີດກວ້າງບັນດາໂຄງການລົງທຶນໂດຍກົງຈາກຕ່າງປະເທດ (FDI) ທີ່ມີຄຸນນະພາບສູງໃນບັນດາຂົງເຂດເຕັກໂນໂລຢີທີ່ຫາກໍພົ້ນເດັ່ນ; ຫັນປ່ຽນເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ (VSIP) ຕາມຮູບແບບອັດສະລິຍະ, ສີຂຽວ ແລະ ຍືນຍົງ; ຍູ້ງແຮງການຮ່ວມມືດ້ານການສຶກສາ, ບຳລຸງສ້າງ, ການທ່ອງທ່ຽວ ແລະ ພົບປະແລກປ່ຽນປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ