ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຝຸກຕ້ອນຮັບເຈົ້າຄອງນະຄອນBusan(ສ.ເກົາຫຼີ)

ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຝຸກຕ້ອນຮັບເຈົ້າຄອງນະຄອນBusan(ສ.ເກົາຫຼີ) - ảnh 1

ທ່ານ​ຮອງ​ນາຍົກລັດຖະມົນຕີຫງວຽນຊວນ​ຝຸກຕ້ອນຮັບ​ເຈົ້າຄອງນະຄອນBusan(ສ​.​ເກົາຫຼີ) Hur Nam Sik
(ພາບ:VGP/Lê Sơn)

(vovworld) - ທີ່​ການ​ຕ້ອນຮັບເຈົ້າຄອງນະຄອນ Busan(ສ​.​ເກົາຫຼີ) Hur Nam Sik ​ທີ່​ຖືກດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 1/4, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຝຸກ ຖື​ວ່າ​ສາຍ​ພົວພັນ​ຄູ່​ຮ່ວມມື​ຍຸດ​ທະ​ສາດ​ລະຫວ່າງ ຫວຽດນາມ ​ແລະ ສ.​ເກົາຫຼີ ພວມ​ພັດທະນາ​ຢ່າງ​ດີງາມ, ນັບ​ມື້ນັບ​ເລິກ​ເຊິ່ງ, ກວ້າງຂວາງ, ມີ​ປະສິດທິ​ຜົນ ​ແລະ ຮອບດ້ານ​ໃນ​ທຸກ​ຂົງ​ເຂດ​ກວ່າ​ອີກ. ສ.​ເກົາຫຼີ ​ໄດ້​ກາຍ​ເປັນຄູ່​ຮ່ວມ​ມື​ທີ່​ສຳຄັນ​ອັນ​ດັບໜຶ່ງຂອງ ຫວຽດນາມ ກ່ຽວກັບ​ການ​ລົງທຶນ​ໂດຍ​ກົງ, ການ​ຄ້າ, ​ແຮງ​ງານ, ການທ່ອງທ່ຽວ…. ທ່ານ​ຮອງ​ນາຍົກລັດຖະມົນຕີສະ​ເໜີ​​ໃຫ້​ທ່ານ​ເຈົ້າຄອງນະຄອນ ​ແລະ ອຳນາດ​ການ​ປົດ​ຄອງ​ນະຄອນ Busan ສືບ​ຕໍ່​ເອົາ​ໃຈ​ໃສ່, ຊອກ​ຫາ​ບັນດາ​ມາດ​ຕະການທີ່​ມີ​ປະສິດທິ​ຜົນ​ເພື່ອ​ຊຸກຍູ້ ​ແລະ ​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ ຫວຽດນາມ ​ເວົ້າລວມ ​ແລະ ນະຄອນ ​​ໂຮ່ຈີ໋ມິນ ​ເວົ້າສະ​ເພາະ. ລັດຖະບານ ຫວຽດນາມ ຈະ​ສືບ​ຕໍ່​ມານະ​ພະຍາຍາມ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ,​ ສ້າງ​ຄວາມ​ສະດວກ​​ເພື່ອໃຫ້​ບັນດາ​ນັກ​ລົງທຶນ, ​ໃນ​ນັ້ນມີ​ບັນດານັກລົງທຶນ​ມາ​ຈາກ ສ.​ເກົາຫຼີ ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢູ່ ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຝຸກ ປາດ​ຖະໜາວ່າລັດຖະບານ ສ.​ເກົາຫຼີ ​ເວົ້າລວມ ​ແລະ ອຳນາດ​ການ​ປົກຄອງ​ນະຄອນ Busan ​ເວົ້າສະ​ເພາະ,​ ສືບ​ຕໍ່​ເອົາ​ໃຈ​ໃສ່, ມີ​ບັນດາ​ມາດ​ຕະການ​ທີ່​ແທດ​ຈິງ​ເພື່ອໜຸນຊ່ວຍ ​ແລະ ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ຊາວ ຫວຽດນາມ ດຳລົງ​ຊີວິດ, ຮໍ່າຮຽນ,​ ທຳ​ມາ​ຫາ​ກິນ​ຢູ່ ສ.​ເກົາຫຼີ ​ໃນ​ໄລຍະ​ຈະ​ມາ​ເຖີງ.

ການ​ພົວພັນ​ລະວ່າງ​ຫວຽດນາມ-​ສ​ເກົາຫລີ​ພັດທະນາ​ຢ່າງຮອບດ້ານ​​ໃນ​ຫລາຍ​ຂົງ​ເຂດ

ຕອນ​ເຊົ້າ​ວັນ​ທີ 2/4 ຢູ່ ຮ່າ​ໂນ້ຍ, ທ່າ​ນຮອງ​ນາຍົກລັດຖະມົນຕີ, ທັງ​ເປັນ​ລັດຖະມົນຕີການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບີ​ງມີ​ງ ​ໄດ້​ຕ້ອນຮັບ​ທ່ານ  Hur Nam Sik ເຈົ້າ​ຄອງ​ນະຄອນ Busan ສ​​ເກົາຫລີ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່​ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບີ​ງມີ​ງ ສະ​ເຫ​ນີ ນະຄອນ Busan ສືບ​ຕໍ່​ຊຸກຍູ້ ​ແລະ ​ເປີດ​ກວ້າງ​ກາ​ນຮ່ວມ​ມື​ກັບ​ນະຄອນ ​ໂຮ່ຈິ​ມີນ ກໍ​ຄື​ບັນດາ​ທ້ອງ​ຖິ່ນ​ອື່ນ​ຂອງ​ຫວຽດນາມ. ສ່ວນ​ທ່ານ Hur Nam Sik ຢືນຢັນ​ວ່າ: ບົນ​ພື້ນຖານ​ການ​ພົວພັນ“ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ” ຫວຽດນາມ - ສ​ເກົາຫລີ ພວມ​ພັດທະນາ​ຢ່າງ​ຈົບງາມ, ທ່ານ​ເອງ ​ແລະ ອຳນາດ​ການ​ປົກຄອງ​ນະ​ຄອນ Busan ຈະ​ສືບ​ຕໍ່​ມານະ​ພະຍາຍາມ​ກວ່າ​ອີກ​ເພື່ອ​ຮັດ​ແຫນ້ນ​ນຳ້​ໃຈ​ມິດຕະພາບ ​ແລະ ກາ​ນຮ່ວມ​ມືລະຫວ່າງ​ສອງ​ປະ​ເທດ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ນະຄອນ ກໍ​ຄື​ສອງ​ປະ​ເທດ. ​



ຂ່າວ/ບົດ​ອື່ນ