ທ່ານຮອງນາຍົກລັດຖະມົນຕີຫງວຽນທ້ຽນເຍີນຢ້ຽມຢາມ, ເຮັດວຽກຢູ່ແຂວງ ຟູອຽນ

(vovworld)- ວັນ​ທີ 15/5, ​ເມື່ອ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ຟູ​ອຽນ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນທ້ຽນ​ເຍີນ ​ໄດ້​ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ​ຂອງ​ແຂວງ ຟູ​ອຽນ ​ໃນ​ການ​ສຸມ​ໃສ່​ບັນດາ​ມາດ​ຕະການ​ພັດທະນາ​ເສດຖະກິດ​ສັງຄົມ​ປີ 2012 ​ແລະ 4 ​ເດືອນ​ຕົ້ນ​ປີ 2013. ​ໃນ​ສະພາບ​ຄວາມ​ຫຍຸ້ງຍາກ​ລວມນັ້ນ, ​ແຕ່​ແຂວງ ຟູ​ອຽນ ບັນລຸ​ລະດັບ​ຈະ​ເລີ​ນ​ເຕີບ​ໂຕກ​ວ່າ 10%. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ຊີ້​ນຳ​ແຂວງ ຟູ​ອຽນ ສ້າງ​ລະບຽບ​ການ​ກ່ຽວຂ້ອງ​​​ເຖິງການ​ລົງທຶນ​ເຂດ​ກະສິກຳ​ເຕັກ​ໂນ​ໂລ​ຊີ​ສູງ​ໂດຍ​ໄວ​ເພື່ອ​ຍື່ນ​ສ​ະ​ເຫ​ນີຕໍ່​ລັດຖະບານ​ໃນ​ໄຕ​ມາດ​ທີ 2/2013  ພ້ອມ​ທັງ​ເຮັດ​ແຈ້ງ​ກົນ​ໄກ​ຄຸ້ມ​ຄອງ ​ແລະ ຮູບ​ແບບ​ການ​ຄຸ້ມ​ຄອງ​ເຂດ​ກະສິກຳ​ເຕັກ​ໂນ​ໂລ​ຊີ​ສູງ​ໃຫ້​ມີ​ປະສິດທິ​ຜົນ​ສູງ​ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ