ທ່ານເຈືອງເຕີນຊາງ ຕອບສຳພາດໃນ ໂອກາດປີໃໝ່ 2013

ທ່ານເຈືອງເຕີນຊາງ ຕອບສຳພາດໃນ ໂອກາດປີໃໝ່ 2013 - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ

(vovworld) - ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ຈະ​ປະຕິບັດ 3 ໜ້າ​ທີ່​ໃນ​ປີ 2013 ​ເປັນ​ຢ່າງ​ດີ ນັ້ນ​ແມ່ນ: ພັດທະນາ​ພື້ນຖານ​ໂຄງ​ລ່າງ, ຍົກ​ສູງ​ຄຸນ​ນະພາ​ບ​ແຫຼ່ງຊັບພະຍາກອນ​ມະນຸດ ​ແລະ ປັບປຸງ​ລະບອບ​ເສດຖະກິດ. ​ເມື່ອ​ຕອບ​ສຳພາດ​ຕໍ່​ສຳນັກ​ຂ່າວສານ​ຫວຽດນາມ, ທ່ານປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຊີ້​ແຈ້ງ​ວ່າໜ້າ​ທີ່​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ​ ຫວຽດນາມ ​ໃນ​ປະ​ຈຸບັນ​ແມ່ນ: ຍູ້​ໄວ​ລະດັບ​ການ​ພັດທະນາ​ພື້ນຖານ ​ໂຄງ​ລ່າງ​ຢ່າງ​ມີ​ປະສິດທິ​ຜົນ ຕາມ​ແຜນ​ນະ​ໂຍບາຍ​ທີ່​ໄດ້​ວາງ​ອອກ ​ເພື່ອ​ພັດທະນາ​​ໃນ​ລະດັບສູງ​ກ່ວາ​ໃນ​ໄລຍະ​ຕໍ່​ໄປ.  ນອກ​ຈາ​ກນັ້ນ, ຫວຽດນາມ ຕ້ອງສຸມ​ໃສ່​ແກ້​ໄຂ​ບັນດາ​ບັນຫາ​ຊີວິດ​ສັງຄົມ​ຂອງ​ປະຊາຊົນ​ໃຫ້​ດີ​ກ່ວາ​ອີກ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຮຽກຮ້ອງ​ໃຫ້​ພໍ່​ແມ່ນ​ປະຊາຊົນ, ນັກຮົບ​ໃນ​ທົ່ວ​ປະ​ເທດ ຈົ່ງ​ສຸດ​ຈິດສຸດ​ໃຈ ມານະ​ພະຍາຍາມ​ສູ້​ຊົນ​ໃນ​​ແຕ່​ລະ​ຖານະອື່ນ​ໆ ​ຂອງ​ຕົນ​ເພື່ອ​ປະຕິບັດ​ບັນດາ​ຈຸດໝາຍ​​ເຊິ່ງພັກ, ລັດ​​ໄດ້ວາງ​ອອກ​​ໃຫ້​ດີ ​ນັ້ນ​​ແມ່ນ: ປ່ຽນ​ໃໝ່, ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດຄືນ​ໃໝ່ ​ແລະ ​ເຮັດ​ໃຫ້​ເສດຖະກິດ​ມະຫາ​ພາກ​​ເປັນ​ປົກກະຕິ ​ເພື່ອ​ພັດທະນາ​​ໃຫ້ນັບ​ມື້​ນັບ​ໝັ້ນຄົງ​ກ່ວາ, ມີ​ຄຸນ​ນະພາ​ບກ່ວາ, ມີ​ປະສິດທິ​ຜົນ​ກ່ວາ, ຈາກ​ນັ້ນ​ຮັບປະກັນ​ຄາດໝາຍ​ຮອດ​ປີ 2020, ຫວຽດນາມ ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ​ໂດຍ​ພື້ນຖານ.

ຂ່າວ/ບົດ​ອື່ນ