ທ່ານເຈືອງເຕີນຊາງປະທານປະເທດໃຫ້ການຕ້ອນຮັບຜູ້ອຳນວຍການໃຫຍ່ກອງທຶນສາກົນ

ທ່ານເຈືອງເຕີນຊາງປະທານປະເທດໃຫ້ການຕ້ອນຮັບຜູ້ອຳນວຍການໃຫຍ່ກອງທຶນສາກົນ - ảnh 1
ທ່ານເຈືອງເຕີນຊາງປະທານປະເທດ
ຕ້ອນຮັບຜູ້ອຳນວຍການໃຫຍ່ກອງທຶນສາກົນ
(ພາບ: TTXVN)

(vovworld) – ​ວັນ​ທີ 16 ມີ​ນາ, ຢູ່ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ ເຈືອງ​ເຕີນ​ຊາງ, ປະ​ທານ​ປະ​ເທດ ໃຫ້​ການ​ຕ້ອນ​ຮັບ ​ທ່ານ ​ນາງ Christine Lagarde ​ຜູ​້ອຳ​ນວຍ​ການ​ໃຫຍ່ກອງ​ທຶນ​ເງິນ​ຕາ​ສາ​ກົນ (IMF), ເນື່ອງ​ໃນ​ໂອ​ກາດ ທ່ານ ນາງ Christine Lagarde ມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ ຢູ່​ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ ເຈືອງ​ເຕີນ​ຊາງ, ປະ​ທານ​ປະ​ເທດ ໄດ້​ຂອບ​ໃຈ ​ບັນ​ດາ​ການ​ຕີ​ລາ​ຄາ​ ດ້ວຍ​ຄວາມ​ຈິງ​ໃຈ ແລ​ະ ມີ​ຜົນ​ປະ​ໂຫຍດ ຂອງ IMF ກ່ຽວ​ກັບ ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງຫວຽດ​ນາມ. ທ່ານ​ປ​ະ​ທານ​ປະ​ເທດ ໃຫ້​ຮູ້​ວ່າ: ດ້ວຍ​ເປົ້າ​ໝາຍ GDP ປະ​ມານ 6% ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຫວຽດ​ນາມ ​ຖື​ເປັນ​ສຳ​ຄັນ ​ຄຸນ​ນະ​ພາບ​ການ​ເຕີບ​ໂຕ. ໃນ​ວິ​ວັດ​ການ​ປະ​ຕິ​ຮູບ​ເສດ​ຖະ​ກິດຢ່າງ​ເຂັ້ມ​ແຂງ, ຫວຽດ​ນາມ ຈະ​ສຸມ​ໃສ່​ສ້າງ​ໂຄງ​ປະ​ກອ​ບທະ​ນາ​ຄານ​ຄືນ​ໃໝ່, ປ່ຽນໃໝ່​ລັດວິ​ສາ​ຫະ​ກິດ​, ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ເອ​ກະ​ຊົນ, ສຸມ​ໃສ່​ດຶງ​ດູດ​ການ​ລົງ​ທຶນ​​ຈາກ​ຕ່າງ​ປະ​ເທດ​ຢ່າງ​ແຮງກ່​ວາ​ອີກ. ຄຽງຄູ່​ກັບວິ​ວັດ​ການດັ່ງ​ກ່າວນັ້ນ, ຫວຽດ​ນາມ ​ຈະ​ຫັນ​​ປ່ຽນ​ຢ່າງ​ແຮງ​ດ້ານ​ເສດ​ຖະ​ກິດ​ກະ​ສິ​ກຳ, ໃນ​ວິ​ວັດ​ການນີ້​ຫວຽດ​ນາມ​ ນັບ​ຖື ແລະ ​ຫວັງວ່າ ກອງ​ທຶນ​ເງິນ​ຕາສາ​ກົນ ຈະ​ປະ​ກອບ​ສ່ວນ ໃຫ້​ຫວຽດ​ນາມ ​ບັນ​ດາ​​ຄຳ​ສະ​ເໜີ​ຢ່າງກົງ​ໄປ​ກົງ​ມາ; ພ້ອມ​ທັງ​ ​ໜູນຊ່ວຍ ​ຫວຽ​ດ​ນາມ ໃນ​ກ​ານ​ຊອກ​ຫາ​ແຫຼ່ງທຶນກູ້​ຢືມ​​ບູ​ລິ​ມະ​ສິດ​ສູງກ່​ວາ, ຮັບ​ໃຊ້​ໃຫ້​ແກ່​ວິ​ວັດ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແບບ​ຍືນ​ຍົງ.

         ສ່ວນ, ທ່ານ ນາງ Christine Lagarde ຕີ​ລາ​ຄາ​ສູງ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ ຂອງ​ຫວຽດ​ນາມ ​ທີ່​ມຸງໄປ​ເຖິງ​ຄຸນ​ນະ​ພາບ ແລະ ຄວາມ​ຍືນ​ຍົງ, ເປັນ​ເຈົ້າ​ການ ແລະ ​ຫວຽດ​ນາມບໍ່​ເອື່ອຍ​ອີງ​ໃສ່​ປະ​ເທດ​ອື່ນ IMF ​ປາດ​ຖະ​ໜາຢ​າກ​ຮ່ວມ​ມື​   ກັບ​ຫວຽດ​ນາມ ຢ່າງ​ແຮງ ​ກ່​ວາ​ອີກ ໃນ​ບັນ​ດາຂົງ​ເຂດເຊິ່ງອົງ​ການນີ້​ມີ​ທ່າ​ແຮງ, ໃຫ້​ຄຳ​ໝັນ​ສັນ​ຍາ​ຈະ​ມາ​ນະ​ພະ​ຍາ​ຍາມ​ ​ເພື່ອສະ​ໜັບ​ສະ​ໜູນ​ຫວຽດ​ນາ​ມ ໃນ​ການ​ຕອບ​ສະ​ໜອງ ​ການ​ໜູນຊ່ວຍ​ດ້ານ​ວິ​ຊາ​ການ ເພື່ອຊ່ວຍ​ຫວຽດ​ນາມ ສ້າງເສດ​ຖະ​ກິດ​ມະ​ຫາ​ພາກ​​ເປັນ​ປົກ​ກະ​ຕິ.

ຂ່າວ/ບົດ​ອື່ນ