ທ່ານເລຂາທິການໃຫຍ່ Nguyen Phu Trong ຈັດງານລ້ຽງຮອງຮັບປະທານ Raul Castro Ruz

ທ່ານເລຂາທິການໃຫຍ່ Nguyen Phu Trong ຈັດງານລ້ຽງຮອງຮັບປະທານ Raul Castro Ruz - ảnh 1
( ທີ່ພິທີຕ້ອນຮັບທ່ານປະທານ Raul Castro Ruz )

(vovworld) – ​ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມສັນ​​ຖະວະ​​ໄມຕີ​ຫວຽດນາມ, ຕອນ​ເຊົ້າ​ວັນ​ທີ 9/7, ຢູ່​ຮ່າ​ໂນ້ຍ, ທ່ານ​ພົນ​ເອກ Raul Castro Ruz, ເລຂາ​ທີ 1 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ກຸຍບາ, ປະທານ​ສະພາ​ແຫ່ງ​ລັດ ​ແລະ ສະພາ​ລັດຖະມົນຕີ ສ.​ກຸຍບາ ​ໄດ້​​ໄປວາງ​ພວງ​ມາລາ​ຢູ່​ອານຸສາ​ວະລີ​ບັນດາ​ນັກ​ວິລະ​ຊົນ ​ແລະ ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ; ​ໄປວາງ​ພວງມາລາ ​ແລະ ​ເຂົ້າ​ຢ້ຽມຄໍນັບ​ສຸ​ສານ​ປະທານ​​ໂຮ່ຈິ​ມິນ. ທ່ານ​ປະທານ Raul Castro Ruz ກໍ​​ໄດ້ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung.

ກ່ອນ​ໜ້າ​ນັ້ນ, ຕອນ​ຄໍ່າ​ວັນ​ທີ 8/7, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong ​ໄດ້​ຈັດ​ງານ​ລ້ຽງ​ຮອງຮັບທ່ານ​ປະທານ Raul Castro Ruz ຢ່າງ​ສົມ​ກຽດ. ​ເຂົ້າ​ຮ່ວມ​ງານ​ລ້ຽງ​ມີ​ທ່ານ​ປະທານ​ປະ​ເທດຫວຽດນາມ Truong Tan Sang, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ແລະ ການ​ນຳ​ກະຊວງ, ຂະ​ແໜງ​ການ​ສູນ​ກາງຈຳນວນ​ໜຶ່ງ. ກ່າວ​ຄຳ​ເຫັນ​ທີ່​ງານ​ລ້ຽງ, ທ່ານເລຂາທິການ​ໃຫຍ່ Nguyen Phu Trong ຊີ້​ແຈ້ງວ່າ.

“​ໃນ​ກວ່າ​ເຄິ່ງສະຕະວັດ​ທີ່​ຜ່ານ​ມາ, ສາຍ​ພົວພັນ​ມິດຕະພາບ, ຄວາມສາມັກຄີ, ສັດ​ຊື່ບໍລິສຸດ, ຄວາມ​ໄວ້​​ເນື້ອເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ ​ແລະ ການ​ຮ່ວມ​ມື​ຢ່າງຮອບດ້ານ ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ ພວກ​ເຮົາ​ໂດຍ​ປະທານ​​ໂຮ່ຈິ​ມິນ, ຜູ້ນຳ​ປະຕິວັດ​ອາວຸ​ໂສກຸຍບາ Fidel Castro ​ແລະ ບັນດາການ​ນຳ​ລຸ້ນຕ່າງໆຂອງ​ສອງ​ປະ​ເທດ​ໄດ້​​ເພີ່ມ​ພູນ​ຄຸນ​ສ້າງຢ່າງ​ບໍ່​ຢຸດ​ຢັ້ງ. ການ​ຢ້ຽມຢາມ​ຄັ້ງ​ນີ້ຂອງ​ທ່ານ​ປະທານ Raul Castro Ruz  ​ແມ່ນ​ການ​ສືບ​ຕໍ່ໃຫ້​​ການ​ພັດທະນາ​ໃໝ່​ໃນ​ສາຍ​ພົວພັນ​ລະຫວ່າງ​ສອງພັກ, ສອງ​ປະ​ເທດ ​ແລະ ຫັນ​ບັນດາຂໍ້​ຕົກລົງ​ ​ແລະ ຖະ​ແຫຼ​ງການ​ຮ່ວມຫວ່າງມໍ່ໆ​ມາ​ນີ້​ລະຫວ່າງ​ສອງ​ປະ​ເທດ​ພວກ​ເຮົາ​ໃຫ້ປະກົດຜົນເປັນຈິງ. ຫວຽດນາມ​ ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ເຮັດໃຫ້ການ​ພົວພັນ​ຮ່ວມ​ມື​ຢ່າງຮອບດ້ານ​ນັບ​ມື້​ນັບ​ກ້າວເຂົ້າ​ສູ່​ລວງ​ເລິກ, ຊຸກຍູ້ບັນດາ​ມາດ​ຕະການ​ເສດຖະກິດ, ການ​ຄ້າ​ຢ່າງ​ເໝາະ​ສົມ, ​ເພື່ອ​ແນ​ໃສ່​ເພີ່ມ​ປະສິດທິ​ຜົນ, ​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ໄໝ່ ​ແລະ ຜົນ​ປະ​ໂຫຍ​ດຂອງ​ແຕ່ລະ​ປະ​ເທດ, ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດຢູ່​ຫວຽດນາມ ​ແລະ ກຸຍບາ”.

ທ່ານເລຂາທິການໃຫຍ່ Nguyen Phu Trong ຈັດງານລ້ຽງຮອງຮັບປະທານ Raul Castro Ruz - ảnh 2

( ທ່ານນາຍົກລັດຖະມົນຕີ Nguyen Tan Dung

ແລະ ທ່ານ​ປະທານ​ Raul Castro Ruz )

ຕອນ​ບ່າຍ​ວັນ​ທີ 8/7, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ກໍ່​ມີ​ການ​ພົບປະ​​ເຈລະຈາ​ກັບ​ທ່ານ​ປະທານ​ Raul Castro Ruz. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​​ຢືນຢັນ​ວ່າ ລັດຖະບານ​ຫວຽດນາມ ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ພ້ອມ​ກັບ​ລັດຖະບານ​ກຸ​ຍບາ ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົງ​ລົງ​ເຊິ່ງການ​ນຳ​ສອງ​ປະ​ເທດ​ບັນລຸ​ໄດ້​ໃນ​ການ​ຢ້ຽມຢາມຂອງ​ທ່ານ​ເລຂາທິຫານ​ໃຫຍ່ Nguyen Phu Trong ​ຫວ່າງ​ແລ້ວ​ນີ້ຢ່າງ​ມີ​ປະສິດທິ​ຜົນ ກໍ່ຄື​ບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ໃນ​ການ​ຢ້ຽມຢາມ ຫວຽດນາມ ​ຄັ້ງ​ນີ້​ຂອງ​ທ່ານ​ປະທານ Raul Castro Ruz. ຫວຽດນາມ ​ແລະ ກຸ​ຍບາ ຕ້ອງ​ເພີ່ມ​ທະວີ​ບັນດາ​ການ​ເຄື່ອ​ນ​ໄຫວ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ກວ່າ​ອີກ.

ສ່ວນ​ທ່ານ​ປະທານ Raul Castro Ruz ​ກໍ​ເນັ້ນ​ໜັກ​ວ່າ, ພັກ, ລັດ ​ແລະ ປະຊາຊົນ​ກຸ​ຍບາ ປາດ​ຖະໜາ​ຢາກ​​ເພີ່ມ​ທະວີ ​ແລະ ປັບປຸງ​ການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ຫວຽດນາມ ​ແລະ ​ໄດ້​ຮັບ​ການ​ແບ່ງປັນ​ບັນດາ​ບົດຮຽນ​ອັນ​ລ້ຳ​ຄ່າ​ໃນ​ວິວັດ​ການ​ປ່ຽນ​ໃໝ່, ສ້າງສາ​ ​ແລະ ພັດທະນາ​ປະ​ເທດ​ຊາດຈາກ​ຫວຽດນາມ. ກຸຍບາ ປາດ​ຖະໜາ​ວ່າ ຢາກສືບ​ຕໍ່​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ຫວຽດນາມ ທີ່​ມີ​ຕໍ່​ກຸ​ຍບາ ຢູ່​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ.


ຂ່າວ/ບົດ​ອື່ນ