ທ່ານເລຂາທິການໃຫຍ່ Nguyen Phu Trong ສືບຕໍ່ການຢ້ຽມຢາມສັນຖະວະໄມຕີ ສ ກູບາ

ທ່ານເລຂາທິການໃຫຍ່ Nguyen Phu Trong ສືບຕໍ່ການຢ້ຽມຢາມສັນຖະວະໄມຕີ ສ ກູບາ - ảnh 1
ທ່ານ Nguyen Phu Trong ແລະ ທ່ານ Raul Castro Ruz
(ພາບ: AFP)

(vovworld) – ວັນ​ທີ 11/4, ທ່ານ​ເລຂາທິກ​ານ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong ສືບ​ຕໍ່​ການ​ຢ້ຽມ​ຢາມ​ສັນຖະວະ​ໄມຕີ ສ ກູ​ບາ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ພົນ​ເອກ Raul Castro Ruz, ​ເລຂາ​ທີໜຶ່ງ​ຄະນະບໍລິ​ຫານ​ງານ​ສູນ​ກາງ​ພັກກອມ​ມູນິດ ກູ​ບາ, ປະທານ​ສະພາ​ແຫ່ງ​ລັດ, ປະທານ​ສະພາ​ລັດຖະມົນຕີ ສ ກູ​ບາ. ກ່ອນ​ໜ​້ານັ້ນ, ວັນ​ທີ 10/4, ພິທີ​ຕ້ອນຮັບ ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ​ໄດ້​ຖືກ​ຈັດຕັ້ງ​ຕາມ​ພິທີ​ສູງ​ສຸດ​ສຳລັບ​ປະ​ມຸກລັດ. ພາຍຫຼັງ​ພິທີ​ຕ້ອນຮັບ, ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ມີ​ການ​ເຈລະຈາ​ກັບ ເລຂາ​ທີໜຶ່ງ​ຄະນະບໍລິ​ຫານ​ງານ​ສູນ​ກາງ​ພັກ ສ ກູ​ບາ, ປະທານ​ສະພາ​ແຫ່ງ​ລັດ, ປະທານ​ສະພາ​ລັດຖະມົນຕີ ສ ກູ​ບາ ທ່ານ Raul Castro Ruz​. ການ​ນຳ​ຫວຽດນາມ ​ແລະ​ ກູ​ບາ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ເພີ່​ມທະວີ​ບັນດາ​ການ​ພົບ​ປະ​ຂັ້ນ​ສູງ, ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ຕ່າງໆ, ​ແລກປ່ຽນ​ບົດຮຽນ​ໃນ​ການ​ຄຸມຄອງ​ເສດຖະກິດ - ສັງຄົມ ​ແລະ ກໍ່ສ້າງ​ພັກ, ​ເພີ່ມ​ທະວີ​ການ​ພົວພັນ​ແລ​ກປ່ຽນ​ປະຊາຊົນ, ສຶກສາ​ອົບຮົມລຸ້ນໜຸ່ມ 2 ປະ​ເທດ​ກ່ຽວ​ກັບ​ນ້ຳ​ໃຈສາມັກຄີຖານ​ອ້າຍ​ນ້ອງ​ຫວຽດນາມ - ກູ​ບາ. 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນຈະ​ເປັນ​ເຈົ້າ​ການ​ຜັດ​ປ່ຽນ​ກັນຈັດ​ຕັ້ງບັນດາ​ກອງ​ປະຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ລວມລະຫວ່າງ 2 ພັກ ກ່ຽວ​ກັບ​ຫົວ​ຂໍ້​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ​ແລກປ່ຽນ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ, 2 ຝ່າຍ​ຢືນຢັນ​ຄວາມ​ຈຳ​ເປັນ ​ແລະ ຄຸນຄ່າ​ທີ່​ດີ​ເລີ​ດ ຂອງ​ລັດທິ​ສັງຄົມ​ນິຍົມ​ໃນ​ການ​ຮັບປະກັນ​​ເປົ້າໝາ​ຍພັດທະນາ​ແບບ​ຍືນ​ຍົງ, ​ເພື່ອ​ມະນຸດ.​.​.​

​ແລະ​ກໍ​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​ໄປ​ວາງ​ພວງມາລາ​ຢູ່​ອະນຸສາວະລີ Hoxe Macti ​ເຊິ່ງ​ແມ່ນ​ວິລະ​ຊົນ​ແຫ່ງ​ຊາດ, ນັກຮຽນ​ຮູ້​ທີ່​ຍິງ​ໃຫຍ່​ຂອງ​ກູ​ບາ, ຜູ້​ໄດ້​ສ້າງ​ຕັ້ງ​ຄວາມ​ສາມັກຄີ​ມິດຕະພາບ​ລະຫວ່າງ​ຫວຽ​ດນາມ ​ແລະ ກູ​ບາ. ຕອນ​ຄ່ຳ​ວັນ​ດຽວ​ກັນ, ຢູ່​ວັງ Cubanacan, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກູ​ບາ, ສະພາ​ແຫ່​ງລັດ ​ແລະ ສະພາ​ລັດຖະມົນຕີ ສ ກູ​ບາ ​ໄດ້​ຈັດ​ຕັ້ງ​ງານ​ລ້ຽງ​​ຮອງ​ຮັບ​ທ່ານ​​ເລຂາທິການ​ໃຫຍ່ Nguyen Phu Trong ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ຢ່າງ​ສົມ​ກຽດ.

ຂ່າວ/ບົດ​ອື່ນ