ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ຢ້ຽມຢາມ ນະຄອນ ໂຮ່ຈີມິນ

ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ຢ້ຽມຢາມ ນະຄອນ ໂຮ່ຈີມິນ - ảnh 1
ທ່ານເລຂາທິການໃຫຍ່,ປະທາປະເທດລາວ ຢ້ຽມຢາມ ນະຄອນໂຮ່ຈີມິນ
(ພາບ: vietnamplus)

(vovworld) - ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ, ຕອນ​ຄຳ່​ວັນ​ທີ 27/12, ທ່ານ​ເລຂາ​ທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ ລາວ, ປະທານ​ປະ​ເທດ ສປປ ລາວ ຈູມ​ມາລີ ​ໄຊ​ຍະ​ສອນ ​ແລະ ພັນ​ລະ​ຍາ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ພັກ, ລັດ ລາວ​ໄປ​ຢ້ຽມຢາມ​ນະຄອນ ​ໂຮ່ຈີ​ມິນ. ​ໃນ​ການ​ຕ້ອນຮັບ​ຄະນະ​ທີ່​ທຳນຽບ​ເອກະລາດ, ທ່ານ​ເລຂາ​ຄະນະ​ພັກ​ນະຄອນ​ ​ໂຮ່ຈີ​ມິນ ​ເລ​ແທງ​ຫາຍ ​ໃຫ້​ຮູ້​ວ່າ: ນະຄອນ ​ໂຮ່ຈີ​ມິ​ນ ພວມ​ຕັ້ງໜ້າ​ສົມທົບ​​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ​ລາວ ຈັດ​ຕັ້ງ​​ການ​ເຄື່ອນ​ໄຫວຕ່າງໆທີ່​ຟົດ​ຟື້ນປະກອບສ່ວນ​ເພີ່ມ​ພູມ​ຄູນ​ສ້າງ​ນຳ້​ໃຈສາມັກຄີ​ມິດຕະພາບ​ແບບ​ພິ​ເສດ​ລະຫວ່າງ 2 ປະ​ເທດ​ໃນ ປີ​ແຫ່ງ​ຄວາມ​ສາມັກຄີມິດຕະພາບ​​ຫວຽດນາມ - ລາວ 2012. ທ່ານ ​ເລ​ແທງ​ຫາຍ ຊີ້​ແຈງ​ວ່າ:

“ການ​ນຳ​ນະຄອນ​ໂຮ່ຈີ​ມິນ ຂອບ​ອົກ​ຂອບ​ໃຈ​ສະຫາຍ​ເລຂາທິການ​ໃຫຍ່ - ປະທານ​ປະ​ເທດ​ ກໍ​ຄື​ບັນດາ​ສະຫາຍ​ການ​ນຳ​ຂັ້ນ​ສູງ​ຂອງ​ລາວ ທີ່​ໄດ້​ເອົາ​ໃຈ​ໃສ່​ໜູນ​ຊ່ວຍ, ຊ່ວຍ​ເຫຼືອ​​ການ​ຮ່ວມ​ມື​ລະຫວ່າງ​ນະຄອນ​ໂຮ່ຈີ​ມິນ ກັບ​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ລາວ. ປະຈຸ​ບັນ, ພວກ​ເຮົາ​ພວມ​ເປີດ​ກ້ວາງ​ການ​ຮ່ວມ​ມື​ນັ້ນ, ບໍ່​ພຽງ​ແຕ່​ກັບ​ນະຄອນຫຼວງ​ວຽງ​ຈັນ, ​ແຂວງຈຳ​ປະ​ສັກ ​ເທົ່າ​ນັ້ນ ຫາກ​ຍັງ​ຮ່ວມ​ມື​ກັບ​ບັນດາ​ແຂວງ​ພາກ​ໃຕ້​ລາວ​ອີກ​ດ້ວຍ. ນະຄອນ ​ໂຮ່ຈີ​ມິນ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດຕະພາບ​ແບບ​ພິ​ເສດ​ລະຫວ່າງ 2 ຝ່າຍ”

ສ່ວນ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດລາວ ຈູມ​ມາລີ ​ໄຊ​ຍະ​ສອນ ຢືນຢັນ​ວ່າ: ການ​ຢ້ຽມຢາມ​ຫວຽດນາມ ຄັ້ງ​ນີ ​ແມ່ນ​ຂີດໝາຍ, ​ເປັນກຳລັງ​ໜູນ​ໃໝ່ ຊຸກຍູ້​ການ​ສືບ​ຕໍ່​ປັບປຸງ, ​ເພີ່ມ​ພູມ​ຄູນ​ສ້າງ​ສາຍ​ພົວພັນ​ມິດຕະພາບ​ທີ່​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ລາວ - ຫວຽດນາມ ​ໃຫ້ພັດທະນາ​ກ້າວ​ຂຶ້ນ​ສູ່​ລະດັບ​ສູງ​ໃຫມ່. ​ໃນ​ນັ້ນ, ນະຄອນ ​ໂຮ​່ຈີ​ມິນ ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃນ​ການ​ສະໜັບສະໜູນ, ຮ່ວມ​ມື​ຊ່ວຍ​ເຫຼືອ​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ລາວ, ​ເພີ່ມ​ພູນ​ຄູນ​ສ້າງ​​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ./.

 

ຂ່າວ/ບົດ​ອື່ນ