ທ່ານເລຂາທິການໃຫ່ຍ ພັກປຊຊປະຕິວັດລາວ ຢ້ຽມຢາມເຂດເຕັກໂນໂລຊີ ສູງນະຄອນໂຮ່ຈິມິນ

ທ່ານເລຂາທິການໃຫ່ຍ ພັກປຊຊປະຕິວັດລາວ ຢ້ຽມຢາມເຂດເຕັກໂນໂລຊີ ສູງນະຄອນໂຮ່ຈິມິນ - ảnh 1

(ພາບ:fem.wru.edu.vn)

(vovworld) – ​ໂດຍ​ສືບ​ຕໍ່ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນ​ໂຮ່ຈິ​ມິນ, ທ່ານ​ເລຂາ​ທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດລາວ, ປະທານ​ປະ​ເທດ ສປປ ລາວ ຈູມ​ມາລີ ​ໄຊ​ຍະ​ສອນ ​ໄດ້​ໄປຢ້ຽມຢາມ​ເຂດ​ເຕັກ​ໂນ​ໂລ​ຊີ​ສູງ​ນະຄອນ​ໂຮ່ຈິ​ມິນ ຊື່​ງ​ແມ່ນ​ເຂດ​ເສດຖະກິດ​ເຕັກນິກ​ເພື່ອ​ແນ​ໃສ່​ດຶງ​ດູດ​ເງິນ​ລົງທຶນ​ຂອງ​ຕ່າງປະ​ເທດ, ລະດົມ​ແຫຼ່ງກຳລັງ​ພາຍ​ໃນ​ປະ​ເທດ​ກ່ຽວ​ກັບ​ດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ສົມທົບ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິ​ກັບ​ການຄົ້ນຄ້ວາ, ຮັບ ​ແລະ ຖ່າຍ​ຖອດ, ພັດທະນາ​ເຕັກ​ໂນ​ໂລ​ຊີ​ສູງ ​ແລະ ບຳ​ລຸງ​ສ້າງຊັບພະຍນກອນ​ມະນຸດ. ​ໃນ​ໄລຍະ​ແຕ່ 2013-2020, ເຂດ​ເຕັກ​ໂນ​ໂລ​ຊີ​ສູງ​ນະຄອນ​ໂຮ່ຈິ​ມິນ ຈະ​​ເຕົ້າ​ໂຮມ​ຖັນ​ແຖວ​ນັກ​ປັນຍາ​ຊົນ, ຄົ້ນຄ້ວາ ​ແລະ ພັດທະນາ, ບຳລຸງ​ສ້າງ, ຊຸກ​ຍູ້​ການ​ປະດິດ​ສ້າງ, ປ່ຽນ​ໃໝ່​ເຕັກ​ໂນ​ໂລ​ຊີ. ທ່ານ​ເລຂາ​ທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ ລາວ, ປະທານ​ປະ​ເທດ ສປປ ລາວ ຈູມ​ມາລີ ​ໄຊ​ຍະ​ສອນ ​ເນັ້ນໜັກ​ວ່າ:

ສຽງ​ທ່ານຈູມ​ມາລີ ​ໄຊ​ຍະ​ສອນ


ຂ່າວ/ບົດ​ອື່ນ