ທ່ານເລຂາທິການໃຫ່ຍ ຫງວຍຟູຈ້ອງ ໃຫ້ການຕ້ອນຮັບກະສັດກາຕາ

ຕອນ​ເຊົ້າວັນ​ທີ 17/1, ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານກະສັດ​ກາ​ຕາ Hamat Bin Khalipha Anthani ຊື່​ງພວມ​ຢູ່​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ. ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ​ໄດ້ຕີ​ລາຄາ​ສູງ​ບັນດາ​ອາລົມ​ຈິດ​ອັນ​ດີງາມ ຊື່​ງກະສັດ ​ແລະ​ປະຊາຊົນ​ກາ​ຕາ​ໄດ້​ສະຫງວນ​ໃຫ້​ແກ່​ຫວຽດນາມ. ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ​ໄດ້ສະ​ແດງ​ຄວາມ​ພູມ​ໃຈ​ຕໍ່​ບັນດາ​ຜົນ​ງານ​ດ້ານ​ເສດຖະກິດ​ສັງຄົມ​ຊື່​ງກາ​ຕາ​ບັນລຸ​ໃນ​ໄລຍຜ່ານ​ມາ. ທ່ານ​ຢືນຢັນ​ວ່າ ຫວຽດນາມ​ຖື​ເປັນ​ສຳຄັນ​ການ​ພັດທະນາ​ການ​ພົວພັນ​ກັບກາ​ຕາ ​ແລະ​ປາດ​ຖະໜາ​ວ່າ ສອງ​ປະ​ເທດ​ຈະ​ຍູ້​ແຮງ​ການ​ພົວພັນ​ສອງ​ຝ່າຍ​ກ່ວາ​ອີກ, ນຳ​ບັນດາ​ການ​ພົວພັນ​ຮ່ວມ​ມື​ເຂົ້ສູ່​ລວງ​ເລິກ, ນຳ​ມາ​ເຊີ່ງ​ປະສິດທິ​ຜົນ​ອັນ​ແທດ​ຈິງ, ປະກອບສ່ວນ​ໃຫ້​ສັນຕິພາບ, ການ​ຮ່ວມ​ມື ​ແລະ​ພັດທະນາ. ສ່ວນທ່ານກະສັດ​ກາ​ຕາ Hamat Bin Khalipha Anthani ​ໄດ້​ສະ​ແດງ​ຄວາມ​ພາກພູມ​ໃຈ​ທີ່​ໄດ້​ມາ​ຢ້ຽມຢາມ​ຫວຽດນາມ​ເປັນຄັ້ງທຳ​ອິດ ​ແລະ​ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ປະ​ເທດ​​ໃນ​ທຸກ​ຂົງ​ເຂດ​ກ່ວາ​ອີກ ພິ​ເສດ​ແມ່ນໃນ​ບັນດາ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ​ແຮງ​ງານ, ການ​ສຶກສາ, ບຳລຸງ​ສ້າງ.
ຂ່າວ/ບົດ​ອື່ນ