ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ໂອ້​ລົມ​ໂທ​ລະ​ສັບ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ Narendra Modi

(VOVWORLD) -        ຕອນບ່າຍວັນທີ 15 ເມສາ, ຢູ່ສຳນັກງານສູນກາງພັກກອມມູນິດ ຫວຽດນາມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ອິນເດຍ, ຜູ້ນຳພັກປະຊາຊົນ ອິນເດຍ Narendra Modi.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ໂອ້​ລົມ​ໂທ​ລະ​ສັບ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ Narendra Modi - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໂອ້ລົມໂທລະສັບກັບທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi (ພາບ: TTXVN)

ການນຳສອງທ່ານໄດ້ເຫັນດີເປັນເອກະສັນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ໃນຊ່ອງທາງພັກ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນລະຫວ່າງສອງປະເທດໃຫ້ຫຼາຍກວ່າອີກ; ຊຸກຍູ້ການພົວພັນລະຫວ່າງ ພັກກອມມູນິດ ຫວຽດນາມ ກັບພັກການເມືອງຢູ່ ອິນເດຍ; ມອບໃຫ້ອົງການກ່ຽວຂ້ອງຂອງສອງປະເທດຍູ້ແຮງການສົມທົບກັນ ເພື່ອຜັນຂະຫຍາຍໂຄງການມາດຕະການຊຸກຍູ້ການພົວພັນສອງຝ່າຍໃນຂົງເຂດຮ່ວມມືທີ່ເປັນເສົາຄ້ຳ.

        ການນຳສອງທ່ານກໍໄດ້ແລກປ່ຽນ ແລະ ແບ່ງປັນຫຼັກໝັ້ນກ່ຽວກັບບັນຫາພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍເຫັນດີຕໍ່ຄວາມຈຳເປັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາ ແລະ ເຄົາລົບກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ