ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງສົ່ງຈົດໝາຍອວຍພອນຂະແຫນງພິມຈຳຫນ່າຍ, ພິມ ແລະ ຈຳຫນ່າຍປື້ມຫວຽດນາມ

(VOVWORLD) -ເນື່ອງໃນໂອກາດສະເຫລີມສະຫລອງ 70 ປີແຫ່ງວັນສ້າງຕັ້ງຂະແຫນງ ພິມຈຳຫນ່າຍ, ພິມ ແລະ ຈຳຫນ່າຍປື້ມຫວຽດນາມ (10/10/1952 - 10/10/2022), ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສົ່ງຈົດໝາຍອວຍພອນຂະແຫນງ ພິມຈຳຫນ່າຍ, ພິມ ແລະ ຈຳຫນ່າຍປື້ມຫວຽດນາມ
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງສົ່ງຈົດໝາຍອວຍພອນຂະແຫນງພິມຈຳຫນ່າຍ, ພິມ ແລະ ຈຳຫນ່າຍປື້ມຫວຽດນາມ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ (ພາບ: TTXVN)

ໃນຈົດໝາຍ, ທ່ານເລຂາທິການໃຫຍ່ ຢັ້ງຢືນ: ເຫດການປະທານໂຮ່ຈີມິນ ເຊັນລັດຖະດຳລັດສ້າງຕັ້ງໂຮງພິມແຫ່ງຊາດ ໃນວັນທີ 10 ຕຸລາ ປີ 1952 ດ້ວຍຫນ້າທີ່ເປັນເອກະພາບຈັດຕັ້ງ ແລະ ຄຸ້ມຄອງໂຮງພິມລັດຖະບານ ເປັນຂີດໝາຍແຫ່ງບາດກ້າວພັດທະນາໃຫມ່ຂອງຂະແຫນງ ພິມຈຳຫນ່າຍ, ພິມ ແລະ ຈຳຫນ່າຍປື້ມປະຕິວັດ ຫວຽດນາມ. ໃນຕະຫລອດ 70 ປີຜ່ານມາ, ພະນັກງານ, ລັດຖະກອນ, ຄົນງານລຸ້ນຕ່າງໆຂອງຂະແຫນງ ຍາມໃດກໍ່ສາມັກຄີ, ຜ່ານຜ່າທຸກຄວາມຫຍຸ້ງຍາກ ເປັນນັກຮົບປະຈັນບານໃນແນວໂຮມວັດທະນະທຳ ແນວຄິດ, ປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ມີຄວາມເຊື່ອໝັ້ນ ແລະ ປາດຖະຫນາວ່າ ຂະແຫນງພິມຈຳຫນ່າຍ, ພິມ ແລະ ຈຳຫນ່າຍປຶ້ມ ສືບຕໍ່ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້, ຍາມໃດກໍ່ຮັກສາການກຳນົດທິດດ້ານການເມືອງ, ແນວຄິດ, ຮັບປະກັນຄວາມກົມກ່ຽວລະຫວ່າງຫນ້າທີ່ການເມືອງ, ການຜະລິດດຳເນີນທຸລະກິດ, ຟື້ນຟູ ແລະ ພັດທະນາວັດທະນະທຳການອ່ານຢ່າງແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ