ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຕ້ອນຮັບ ເອກອັກຄະລັດຖະທູດ ສະຫະພັນລັດເຊຍ ປະຈຳຫວຽດນາມ

ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຕ້ອນຮັບ ເອກອັກຄະລັດຖະທູດ ສະຫະພັນລັດເຊຍ ປະຈຳຫວຽດນາມ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ຕ້ອນຮັບ
​ທ່ານ​ເອກ​ອັກຄະ​ລັດຖະ ທູດ​ສະຫະພັນ​ລັດ​ເຊຍ ປະຈຳ​ຫວຽດນາມ Andrei Kovtun
(ພາບ: TTXVN)

(vovworld) - ​ຕອນ​ບ່າຍ​ວັນ​ທີ 8/12, ທີ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ Andrei Kovtun ​ເຂົ້າ​ຢ້ຽມ​ຄຳນັບ​ເນື່ອງ​ໃນ​ໂອກາດ​ສິ້ນ​ສຸດ​ການ​ປະຕິບັດ​ໜ້າ​ທີ່​ການ​ທູດຢູ່​ຫວຽດນາມ. ​ທີ່​ການ​ຕ້ອນຮັບ, ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟຸຈ້ອງ​ ຢັ້ງຢືນ​ວ່າ: ຫວຽດນາມ​ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ພັດທະນາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ​ສະຫະພັນ​ລັດ​ເຊຍ; ຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ ​ແລະ ການປະກອບສ່ວນ​ຢ່າງ​ຕັ້ງໜ້າ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ​ໃນ​ການ​ຊຸກຍູ້ ​ແລະ ​ພັດທະນາ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ; ປາດ​ຖະໜາ​ວ່າ​ ພາຍຫຼັງ​ສິ້ນ​ສຸດ​ໜ້າ​ທີ່​ການ​ທູດ​ຢູ່​ຫວຽດນາມ, ທ່ານ​ເອກ​ອັກຄະ​ລັດຖະທູດຈະ​ສືບ​ຕໍ່​ມີ​ການປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃນ​ການ​ປັບປຸງ ​ແລະ ພັດທະນາ​ການ​ພົວພັນ ຫວຽດນາມ-​ລັດ​ເຊຍ.

      ທ່ານ​ເອກ​ອັກຄະ​ລັດຖະທູດ Andrei Kovtun ຢືນຢັນ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະຫະພັນ​ລັດ​ເຊຍ ຈະ​ສືບ​ຕໍ່​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ເພີ່ມ​ທະວີ ​ແລະ ພັດທະນາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ 2 ປະ​ເທດ ຫວຽດນາມ ​ແລະ ສະຫະພັນ​ລັດ​ເຊຍ
ຂ່າວ/ບົດ​ອື່ນ