ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຢ້ຽມຢາມທາງລັດຖະກິດອີນເດຍ

ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຢ້ຽມຢາມທາງລັດຖະກິດອີນເດຍ - ảnh 1
(ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ)

(vovworld) - ຕອນບ່າຍວັນທີ 19/11 (ຕາມເວລາ ຫວຽດນາມ), ທ່ານ​ເລຂາທິການ​ໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ຫງວຽນ​ຟຸຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດ ສ.ອີນ​ເດຍ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນ​ຕີ​ອີນ​ເດຍ Manmohan Singh.

        ​ໃນ​ການ​ຢ້ຽມ​ຢາມ​​​ແຕ່​ວັນ​ທີ 19 – 22/11, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ຈະ​ເຂົ້າ​ຮ່ວມການ​ເຈລະຈາ ​ແລະ ງານ​ລ້ຽງ​ເປັນ​ທາງ​ການ​ຂອງທ່ານ​ນາຍົກລັດຖະມົນຕີອີນ​ເດຍ Manmohan Singh, ​ເຈລະຈາ​ກັບ​ທ່ານ​ປະທານາທິບໍດີ Pranab Mukherjee, ທ່ານ​ຮອງ​ປະທານ​ທິບໍດີທັງ​ເປັນ​ປະທານ​ສະພາ​ສູງ Mohammad Hamid Ansari, ປະ​ທານ​ສະພາ​ຕໍ່າ Meira Mumar, ການ​ນຳ​ພັກ... ​ແລະ ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ວິ​ສາ​ຫະກິດ Mumbai; ຢ້ຽມຢາມ ​ແລະ ​ໂອ້​ລົມ​ສົນທະນາ​ກັບ​ພະນັກງານ​ສະຖານທູ​ດ ​ແລະ ຜູ້ຕາງໜ້າ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ອີນ​ເດຍ.

     ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ ກ່ຽວ​ກັບ​ການ​ໄປ​ຢ້ຽມຢາມ​ອີນ​ເດຍ ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ, ທ່ານ​ນາງ Preeti Saran, ​ເອກ​ອັກຄະ​ລັດຖະທູດ​ສ.ອີນ​ເດຍ ປະຈຳ​ຫວຽດນາມ ຖື​ວ່າ, ການ​ຢ້ຽມຢາມ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຈະ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ 2 ຝ່າຍ​ກວ່າ​ອີກ, ພ້ອມ​ທັງ​ຢືນຢັນ​ວ່າ ອີນ​ເດຍ ຫວັງ​ວ່າ​ການ​ຢ້ຽມຢາມ​ຄັ້ງ​ນີ້​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ຈະ​ປະກອບສ່ວນ​​ເຮັດໃຫ້ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ມີ​ປະສິດທິ​ຜົນ​ ​ແລະ ແທດ​ຈິງ​ກວ່າ.

ຂ່າວ/ບົດ​ອື່ນ