ທ່່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງເຄື່ອນໄຫວຢ້ຽມຢາມ ກຳປູເຈຍ

ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມ​ສັນຖະວະ​ໄມຕີ​ທາງ​ລັດຖະກິດລາຊາ​ອະນາ​ຈັກກຳປູ​ເຈ​ຍ, ຕອນ​ເຊົ້າ​ວັນ​ທີ 7/12, ທ່ານ​ເລຂາທິການ​ໃຫຍ່ພັກ​ກອມ​ມູນິດ​ຫວຽດນາມ​ ຫງວຽນ​ຟູ໋ຈ້ອງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​ໄປວາງ​ພວງມາລາ ຢູ່ ອະນຸສາ​ວາລີເອກະລາດ ທີ່ນະ​ຄອນ​ຫຼວງ​ພະນົມ​ເປັນ, ​ໄປ​ຢ້ຽມຢາມ ​ແລະ ຖະຫວາ​ຍ
ທູບ​ທຽນ​ບູຊາຢູ່​ອະນຸສາ​ວາລີ​ມິດຕະພາບ​ຫວຽດນາມ ກຳປູ​ເຈຍ, ​ເຂົ້າ​ຢ້ຽມຢາມ ພະ​ພິກຂຸ ແທບ​ວົງ ​ແລະ ພະ​ພິກຂຸ ບຸກຣີ. ​ໃນ​ການ​ຕ້​ອນຮັບ, ພະ​ພິກຂຸ ແທບ​ວົງ ຢູ່​ວັດ ອູ​ລານ​ອມ ​ແລະ ພະ​ພິກຂຸ ບຸກຣີ ຢູ່​ວັດ ບໍ​ຕຸ​ມ, ທ່ານ​ເລຂາທິການ​ໃຫຍ່ ​ຫງວຽນ​ຟູ໋ຈ້ອງ ໃຫ້​ຮູ້​ວ່າ: ຢູ່ຫວຽດນາມ, ສາສະໜາ​ພຸດ​ນັບ​ມື້​ນັບ​ພັດທະນາ ​ແລະ ພ້ອມ​ກັບ​ບັນດາ​ສາສະໜາ​ອື່ນ ຍາມ​ໃດ​ກໍ່​ຮ່ວມ​ເດີນທາງ​ພ້ອມ​ກັບຊາດ, ​ຖືເອົາ​ທິດ​ນຳ ສ້າງ​ການ​ດຳລົງ​ຊີວິດ ​ແລະ ສາສະໜາ​ໃຫ້​ດີງາມ. ທ່ານ​ເລຂາທິການ​ໃຫຍ່​ອວຍພອນ​ບັນດາຍົດ​ຖາບັນດາສັກ​ໃນ ພຸດທະ​ສາສະໜາ ກຳປູ​ເຈຍ ​ແລະ ​ບັນດາ ພະ​ພິກຂຸ ຈົ່ງສືບ​ຕໍ່​ມີ​ການ​ປະກອບສ່ວນ​ໃຫ້​ແກ່​ນ້ຳ​ໃຈ​ມິດຕະພາບ​ສາມັກຄີ​ລະຫວ່າງ 2 ປະ​ເທດ ຫວຽ​ດນາມ ​ແລະ ກຳປູ​ເຈຍ.

ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​​ຢ້ຽມຢາມ ​ແລະ ​ໂອ້​ລົມ​ກັບ​ພະນັກງານ, ພາລະ​ກອນ​ສະຖານທູດຫວຽດນາມ ປະຈຳ​ ກຳປູ​ເຈຍ ​ແລະ ​ຊາວ​ຫວຽດນາມ ອາ​ໃສ​ຢູ່ກຳ​ປູ​ເຈຍ. ນະ​ທີ່​ນີ້, ທ່ານ​
ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ​ເວົ້າ​ວ່າ: “ຄວາມ​ຮັບຜິດຊອບ​ຂອງ​ບັນດາ​ອົງການ​ຕາງໜ້າ​ຂອງ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ແມ່ນ​​ໃຫຍ່​ຫຼວງທີ່​ສຸດ ​ແລະ ທັງ​ໝົດ​​ເຫຼົ່າ​ນັ້ນລ້ວນ​ແຕ່​ຕ້ອງ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ພາລະ​ກຳ​ສ້າ​ງສາ, ພັດທະນາ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ຕ້ອງ​ສົມທົບ​ກັນ, ສາມັກຄີ​ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ແລະ ບັນດາ​ວິ​ສາ​ຫະກິດ ຫວຽດນາມ​ເຂົ້າມາລົງທຶນ, ດຳ​ເນີນ​ທຸລະ​ກິດ ຢູ່ ກຳ​ປູ​ເຈຍ​ຕ້ອງ​ມີ​ການ
​ແກ້ງ​ແຍ້​ງ, ດຳ​ເນີນ​ທຸລະ​ກິດ​ແບບ​ໂປ່​ງ​ໃສ, ຊ່ວຍ​ກຳປູ​ເຈຍ​ຢ່າງ​ສຸດ​ອົກ​ສຸດ​ໃຈ, ດ້ວຍ​ຄວາມ​ທ່ຽງ​ທຳ. ຜົນ​ປະ​ໂຫຍ​ດດ້ານ​ເສດຖະກິດ​ແມ່ນ​ສຳຄັນ ​ແຕ່​ວ່າ​ບັນດາ​ຜົນ​ປະ​ໂຫຍ​ດທາງ​ດ້ານ​ການ​ເມືອງ, ສັງຄົມ​ໃຫ້​ແກ່ ກຳປ​ູເຈຍ​ແມ່​ນສູງ​ກ່ວາ​ຫຼາຍ ​ແລະ ຕ້ອງ​ເຮັດ​ເພື່ອ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ສັງ​ຄົ​ມ”

​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ກຳປູ​ເຈຍ, ຕອນ​ເຊົ້າວັນ​ທີ 7/12, ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ​ຫວຽດນາມ ຫງວຽນ​ຊວນ​ຟູກ​ໄດ້​ມີ​ການ​ພົບ​ປະ ​ກັບ​ທ່ານ​ຮອງ​ນາ​ຍົດ​ລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ພາຍ​ໃນ ກຳປູ​ເຈຍ Sar Kheeng. 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື 2 ຝ່າຍ, ​ເພິ່ມທະວີ​ການ​ຮ່ວມ​ມື​ລະຫວ່າງ​ກະຊວງ​ພາຍ​​ໃນ​ກຳປູ​ເຈຍ ​ແລະ ກະຊວງ​ຕຳຫຼວດ​ຫວຽດນາມ. ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ
ຟ້າ​ມບິນ​ມິນ ​ໄດ້​ມີ​ການ​ພົບ​ປະ ​ກັບ​ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ກຳປູ​ເຈຍ ​ໂຮ​ນາມ​ຮົງ.

ກ່ອນ​ໜ​້ານັ້ນ, ​ໃນຕອນ​ຄ່ຳ​ວັນ​ທີ 6/12, ພະ​ມະຫາ​ກະສັດ ​ແຫ່ງ​ ລາຊະ​ອານາຈັກ ກຳປູ​ເຈຍ ສີ​ຫາ​ໂມ​ນີ ​ໄດ້​ຈັດ​ງານ​ລ້ຽງຮອງ​ຮັບ ທ່ານ​ເລຂາທິການໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ມາ​ຢ້ຽມຢາມ​ສັນຖະ​ວະ​​ໄມຕີ​ທາງ​ລັດຖະກິດ ລາຊະ​ອານາຈັກ ກຳປູ​ເຈຍ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ພະ​ມະຫາ​ກະສັດ ສີ​ຫາ​ໂມ​ນີ ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​​ເມື່ອ​ເຫັນ​ວ່າ: ສາຍ​ພົວພັນມິດຕະພາບ ​ແລະ ການ​ຮ່ວມ​ມື 2 ຝ່າຍ​ລະຫວ່າງ 2 ປະ​ເທດ​ນັບ​ມື້​ນັບ​ແໜ້ນ​ແຟ້ນ ​ແລະ ໝັ້ນ​ຄົງ​ໃນ​ທຸກໆ​ຂົງ​ເຂດ. ພະ​ມະຫາ​ກະສັດ ​ກຳປູ​ເຈຍເຊື່ອ​ໝັ້ນ​ວ່າຫວຽດນາມ​ຈະ​ສືບ​ຕໍ່​ແບ່ງປັນ​ໃຫ້ ປະຊາຊົນ​ກຳປູ​ເຈຍ​ບັນດາ​ບົດຮຽນ​ອັນ​ລ້ຳ​ຄ່າ, ກໍ່​ຄື​ບັນດາ​ຄວາມ​ຮູ້​ດ້ານ​ວິທະຍາສາດ - ​ເຕັກນິກ ​ແລະ ສືບ​ຕໍ່​ໜູນ​ຊ່ວຍ​​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ຂອງ​ກຳປູ​ເຈຍ. ສ່ວນ​ທ່ານ ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ເຊື່ອ​ໝັ້ນວ່າ​ການ​ພົວພັນ​ຫວຽດນາມ ກຳປູ​ເຈຍ ຈະ​ນັ​ມມື້​ນັບ​ແຕກ​ດອກ​ອອກ​ຜົນ, ຕອບສະໜອງ​ຄວາມ​ມຸ້ງ​ມາດ​ປາດ​ຖະໜາ ​ແລະ ຜົນ​ປະ​ໂຫຍ​ດຂອງ ປະຊາຊົນ 2 ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່ ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​​ໃຕ້ ​ແລະ ​ໃນ​ທົ່ວ​ໂລກ.

 

ຂ່າວ/ບົດ​ອື່ນ