(VOVWORLD) - ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເນັ້ນໜັກເຖິງໜ້າທີ່ປົກປັກຮັກສາປະເທດຊາດ, ໜ້າທີ່ສ້າງກອງທັບເວົ້າລວມ ແລະ ຂອງທະຫານເຂດ 9 ເວົ້າສະເພາະ
(ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ເຮັດວຽກຢູ່ທະຫານເຂດ 9) |
ຕອນເຊົ້າວັນທີ 08 ທັນວາ, ຢູ່ ເກິນເທີ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ເລຂາຄະນະພັກການທະຫານສູນກາງ, ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອກຳລັງປະກອບອາວຸດທະຫານເຂດ 9 (10 ທັນວາ 1945 – 10 ທັນວາ 2025) ແລະ ພິທີຕ້ອນຮັບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນ.
ຊົມເຊີຍບັນດາຜົນງານໃນໄລຍະ 80 ປີຜ່ານທີ່ກຳລັງປະກອບອາວຸດທະຫານເຂດ 9 ບັນລຸໄດ້, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເນັ້ນໜັກເຖິງໜ້າທີ່ປົກປັກຮັກສາປະເທດຊາດ, ໜ້າທີ່ສ້າງກອງທັບເວົ້າລວມ ແລະ ຂອງທະຫານເຂດ 9 ເວົ້າສະເພາະ, ພວມວາງອອກບັນດາຄວາມຮຽກຮ້ອງຕ້ອງການທີ່ນັບມື້ນັບສູງ ໃນສະພາບສິ່ງທ້າຍໃໝ່ເກີດຂຶ້ນຫຼາຍຢ່າງ. ໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່ ສະເໜີວ່າ:
“ສຸມໃສ່ສ້າງກຳລັງປະກອບອາວຸດທະຫານເຂດ 9 ປະຕິວັດເປັນກຳລັງຫຼວງ, ກະທັດລັດ, ທັນສະໄໝ. ສຸມໃສ່ປ່ຽນແປງໃໝ່, ຍົກສູງຄຸນນະພາບການຝຶກຊ້ອມຕໍ່ສູ້. ເປັນເຈົ້າອາວຸດ, ພາຫະນະອຸປະກອນ, ໂດຍສະເພາະແມ່ນອາວຸດປະເພດໃໝ່, ທັນສະໄໝ, ກ່ຽມພ້ອມໃນທຸກເງື່ອນໄຂ, ສະພາບການ. ໃນການພັດທະນາໃໝ່, ສະພາບການ ແລະ ໜ້າທີ່ໃໝ່, ຕ້ອງເອົາໃຈໃສ່ຍົກສູງລະດັບຄວາມຮູ້ດ້ານວິທະຍາສາດ, ເຕັກໂນໂລຊີໃຫ້ແກ່ກອງທັບໃນວຽກງານຝຶກຊ້ອມ, ກ່ຽມພ້ອມສູ້ຮົບ”.
ພ້ອມກັນນັ້ນ, ປະຕິບັດໜ້າທີ່ການພົວພັນດ້ານປ້ອງກັນຊາດກັບຕ່າງປະເທດໃຫ້ມີປະສິດທິຜົນ, ໂດຍສະເພາະແມ່ນກັບບັນດາປະເທດ ອາຊຽນ.