ສະພາແຫ່ງຊາດປຶກສາຫາລືກົນໄກພິເສດສະເພາະ, ສ້າງກຳລັງໜູນໃໝ່ໃຫ້ແກ່ ຮ່າໂນ້ຍ, ນະຄອນ ໂຮ່ຈີມີນ ແລະ ດ່ານັ້ງ

(VOVWORLD) - ບັນດາສະມາຊິກສະພາແຫ່ງຊາດໄດ້ເຫັນດີເປັນຢ່າງສູງຕໍ່ແຜນນະໂຍບາຍສ້າງກົນໄກ, ນະໂຍບາຍບຸກທະລຸ, ພິເສດສະເພາະ ເພື່ອໃຫ້ບັນດາເຂດຕົວເມືອງໃຫຍ່ຄື ຮ່າໂນ້ຍ, ດ່ານັ້ງ ແລະ ນະຄອນ ໂຮ່ຈີມິນ ພັດທະນາຢ່າງວ່ອງໄວ
ສະພາແຫ່ງຊາດປຶກສາຫາລືກົນໄກພິເສດສະເພາະ, ສ້າງກຳລັງໜູນໃໝ່ໃຫ້ແກ່ ຮ່າໂນ້ຍ, ນະຄອນ ໂຮ່ຈີມີນ ແລະ ດ່ານັ້ງ - ảnh 1ທີ່ກອງປະຊຸມ
(ພາບ: TTXVN)

        ໂດຍສືບຕໍ່ກອງປະຊຸມເທື່ອທີ 10, ຕອນເຊົ້າວັນທີ 08 ທັນວາ, ສະພາແຫ່ງຊາດໄດ້ສະຫງວນເວລາສ່ວນຫຼາຍເພື່ອປຶກສາຫາລືບັນດາກົນໄກ, ນະໂຍບາຍພິເສດສະເພາະ ກ່ຽວຂ້ອງເຖິງ 3 ເຂດຕົວເມືອງສຳຄັນຂອງທົ່ວປະເທດ, ຄື: ຮ່າໂນ້ຍ, ນະຄອນ ໂຮ່ຂີມິນ ແລະ ດ່ານັ້ງ.

        ທີ່ການປຶກສາຫາລື, ບັນດາສະມາຊິກສະພາແຫ່ງຊາດໄດ້ເຫັນດີເປັນຢ່າງສູງຕໍ່ແຜນນະໂຍບາຍສ້າງກົນໄກ, ນະໂຍບາຍບຸກທະລຸ, ພິເສດສະເພາະ ເພື່ອໃຫ້ບັນດາເຂດຕົວເມືອງໃຫຍ່ຄື ຮ່າໂນ້ຍ, ດ່ານັ້ງ ແລະ ນະຄອນ ໂຮ່ຈີມິນ ພັດທະນາຢ່າງວ່ອງໄວ, ຍືນຍົງໃນໄລຍະຈະມາເຖິງ. ບັນດາສະມາຊິກສະພາແຫ່ງຊາດຍົກອອກຂໍ້ສະເໜີແນະຈຳນວນໜຶ່ງ, ຄື: ບັນດາກົນໄກນະໂຍບາຍຕ້ອງມີຈຸດສຸມ, ຈຸດໃຈກາງ, ສອດຄ່ອງກັບແຫຼ່ງກຳລັງ ແລະ ຄວາມຮຽກຮ້ອງຕ້ອງການພັດທະນາຂອງແຕ່ລະນະຄອນ, ຮັບປະກັນການເຄົາລົບປະຕິບັດລັດຖະທຳມະນູນ 2013, ສອດຄ່ອງກັບຄຳໝັ້ນສັນຍາ, ຂໍ້ຜູກພັນໃນສັນຍາສາກົນທີ່ ຫວຽດນາມ ໄດ້ເຂົ້າຮ່ວມລົງນາມ.

ຕອບກັບ

ຂ່າວ/ບົດ​ອື່ນ