ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ໂຕ​ເລິມ ເຮັດ​ວຽກ​ກັບ​ຄະ​ນະ​ພັກ​ນະ​ຄອນ ຮ່າ​ໂນ້ຍ

(VOVWORLD) -  ນີ້ແມ່ນຄັ້ງທຳອິດໃນອາຍຸການກອງປະຊຸມໃຫ່ຍ ຊຸດທີ 13, ການນຳພັກ, ລັດ 3 ທ່ານ ໄດ້ພ້ອມກັນເຮັດວຽກກັບຄະນະພັກນະຄອນ ຮ່າໂນ້ຍ.
ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ໂຕ​ເລິມ ເຮັດ​ວຽກ​ກັບ​ຄະ​ນະ​ພັກ​ນະ​ຄອນ ຮ່າ​ໂນ້ຍ - ảnh 1(ພາບ: ວັນຮຽວ)

   ຕອນເຊົ້າວັນທີ 10 ມັງກອນ, ທ່ານເລຂາທິການໃຫ່ຍ ໂຕເລິມ ໄດ້ໄປຢ້ຽມຢາມ ແລະ ເປັນປະທານການເຮັດວຽກກັບຄະນະປະຈຳອົງຄະນະພັກນະຄອນ ຮ່າໂນ້ຍ ກ່ຽວກັບການສ້າງແຜນຜັງສັງລວມນະຄອນຫຼວງ ວິໄສທັດ 100 ປີ. ເຂົ້າຮ່ວມການເຮັດວຽກຍັງມີທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ.

  ນີ້ແມ່ນຄັ້ງທຳອິດໃນອາຍຸການກອງປະຊຸມໃຫ່ຍ ຊຸດທີ 13, ການນຳພັກ, ລັດ 3 ທ່ານ ໄດ້ພ້ອມກັນເຮັດວຽກກັບຄະນະພັກນະຄອນ ຮ່າໂນ້ຍ ແລະ ກໍ່ແມ່ນການເຮັດວຽກຄັ້ງທຳອິດໃນປີ 2026 ຂອງການນຳພັກ, ລັດກັບ ຮ່າໂນ້ຍ ຊື່ງສະແດງໃຫ້ເຫັນຄວາມເອົາໃຈໃສ່ເປັນພິເສດ ທີ່ມີຕໍ່ອົງຄະນະພັກ, ອຳນາດການປົກຄອງ ແລະ ປຊຊ ນະຄອນຫຼວງ.

  ນະທີ່ນີ້, ທ່ານເລຂາທິການໃຫ່ຍ ໂຕເລິມ ໄດ້ເນັ້ນໜັກເຖິງຄຳຮຽກຮ້ອງ ຕ້ອງຮັບປະກັນ ແລະ ເອົາໃຈໃສ່ເບິ່ງແຍງຊີວິດການເປັນຢູ່ຂອງ ປຊຊ ນະຄອນຫຼວງ ໃຫ້ນັບມື້ນັບດີກ່ວາອີກໃນໄລຍະຈະມາເຖິງ, ມຸ່ງໄປສູ່ນະຄອນຫຼວງ ຮ່າໂນ້ຍ ແຫ່ງຄວາມປອດໄພ, ໃສແຈ້ງ.  ທ່ານເລຂາທິການໃຫ່ຍ ໂຕເລິມ ຊີ້ແຈ້ງວ່າ ໃນສະພາບການປະເທດຊາດພວມກ້າວເຂົ້າສູ່ສັງກາດໃໝ່, ຮຽກຮ້ອງໃຫ້ມີການເຕີບໂຕໄວກ່ວາ, ຍືນຍົງກ່ວາ, ມີປະສິດທິຜົນກ່ວາ ແລະ ຄຸນນພາບດີກ່ວາ, ບົດບາດຂອງ ຮ່າໂນ້ຍ ມີຄວາມໝາຍສຳຄັນພິເສດ. ວິໄສທັດລຸລ່ວງຂອງນະຄອນຫຼວງ ຕ້ອງຕິດພັນກັບວິໄສທັດຂອງປະເທດຊາດ, ດັ່ງນັ້ນ, ຮ່າໂນ້ຍ ບໍ່ສາມາດພັດທະນາຕາມຈິນຕະນາການຂອງທ້ອງຖິ່ນໃຫ່ຍ ຫາກຕ້ອງກຳນົດການເຄື່ອນໄຫວຄືດັ່ງສູນສ້າງສາພັດທະນາປະເທດຊາດ, ສູ້ຊົນເພື່ອໃຫ້ນະຄອນຫຼວງມີບົດບາດນຳພາ ແລະ ກຳນົດບັນດາຮູບແບບພັດທະນາໃໝ່. ທ່ານກ່າວວ່າ:

       “ໄລຍະນີ້ ບໍ່ອະນຸຍາດໃຫ້ພວກເຮົາສືບຕໍ່ພັດທະນາຕາມຄວາມຊີນເຄີຍແບບເກົ່າອີກແລ້ວ, ຫາກຮຽກຮ້ອງໃຫ້ມີການເຕີບໂຕໄວກວ່າ ແຕ່ຍືນຍົງກວ່າ, ມີປະສິດທິຜົນກວ່າ ແລະ ມີຄວາມຄຸນນະພາບກວ່າ, ອີງໃສ່ຮູບແບບການພັດທະນາ ແລະ ປ່ຽນແປງໃໝ່ແບບວິທີບໍລິຫານ, ຍົກສູງກຳລັງຄວາມສາມາດປະຕິບັດ, ກຳລັງຄວາມສາມາດບໍລິຫານ. ສ້າງແຜນຜັງນະຄອນຫຼວງວິໄສທັດ 10 ປີ ຕ້ອງແມ່ນກິດຈະກຳແຫ່ງພຸມປັນຍາ, ແຫ່ງຄວາມຮັບຜິດຊອບ ແລະ ຄວາມຄາດຫວັງພັດທະນາ; ແຜນຜັງຂອງມື້ນີ້ຈະຕັດສິນອະນາຄົດຂອງ ຮ່າໂນ້ຍ ໃນ 50 ປີ, 100 ປີຫຼັງ ຈະເປັນນະຄອນຫຼວງຄືແນວໃດໃນພາກພື້ນ ແລະ ໃນໂລກ”.

        ທ່ານເລຂາທິການໃຫຍ່ສະເໜີໃຫ້ນະຄອນກຳແໜ້ນຄຳຮຽກຮ້ອງ 7 ກຳນົດທິດໃຫຍ່, ໃນນັ້ນ ການສ້າງແຜນຜັງນະຄອນຫຼວງ ຕ້ອງຖືມະນຸດເປັນໃຈກາງ, ຄຸນນະພາບການດຳລົງຊີວິດເປັນໄມ້ວັດແທກສູງສຸດ; ການພັດທະນາຂອງ ຮ່າໂນ້ຍ ຕ້ອງມີຄວາມກົມກຽວລະຫວ່າງທັນສະໄໝ ກັບປະເພນີ, ລະຫວ່າງການເປີດກວ້າງ ແລະ ການອະນຸລັກຮັກສາ; ການສ້າງແຜນຜັງນະຄອນຫຼວງ ຕ້ອງໄປກ່ອນບາດກ້າວໜຶ່ງ, ມີວິໄສທັດຍາວໄກ, ມີເຂດພັດທະນາເປີດ, ຮ່າໂນ້ຍ ຕ້ອງໄດ້ວາງແຜນຜັງເປັນສູນປະດິດຄິດສ້າງ, ພຸມປັນຍາ ແລະ ປ່ຽນແປງໃໝ່ແຫ່ງຊາດ.

  

ຕອບກັບ

ຂ່າວ/ບົດ​ອື່ນ