ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​​ໂທ​ລະ​ພາບແຫ່ງ​ຊາດ​ ຫວຽດ​ນາມ ຍົກ​ລະ​ດັບ​ຊື່​ສຽງ

(VOVWORLD) - ປີ 2026, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ໂທລະພາບຫ່ງຊາດ ຫວຽດນາມ ປະຕິບັດທິດນຳທີ່ວ່າ: “ສາມັກຄີເປັນເອກະພາບ - ຜ່ານຜ່າຄວາມຫຍຸ້ງຍາກບືນຕົວຂຶ້ນ - ນະວັດຕະກຳ - ເປັນມືອາຊີບມີປະສິດທິຜົນ - ບຸກທະລຸຢ່າງຮອບດ້ານ - ປະຊາຊົນເຊື່ອໝັ້ນ - ເພື່ອນມິດຮັກແພງ - ຍົກລະດັບເຄື່ອງໝາຍການຄ້າ” ໃຫ້ເປັນຢ່າງດີ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​​ໂທ​ລະ​ພາບແຫ່ງ​ຊາດ​ ຫວຽດ​ນາມ ຍົກ​ລະ​ດັບ​ຊື່​ສຽງ - ảnh 1ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄປຢ້ຽມຊົມສະຖານີໂທລະພາບ ຫວຽດນາມ
(ພາບ: VOV)

       ຕອນບ່າຍວັນທີ 10 ມັງກອນ ເມື່ອເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານປີ 2025 ແລະ ຜັນຂະຫຍາຍໜ້າທີ່ປີ 2026 ຂອງໂທລະພາບແຫ່ງຊາດ ຫວຽດນາມ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຍ້ອງຍໍຊົມເຊີຍໂທລະພາບແຫ່ງຊາດ ຫວຽດນາມ ທີ່ໄດ້ສຳເລັດ 08 ໜ້າທີ່ທີ່ໄດ້ຮັບການມອບໝາຍໃນປີ 2025 ໂດຍພື້ນຖານ, ຈັດຕັ້ງສຳເລັດຫຼາຍລາຍການຖ່າຍທອດສົດ; ບັນດາເຫດການສຳຄັນລະດັບຊາດ, ເຫດການດົນຕີໃຫຍ່ ແລະ ລາຍການສະແດງສິລະປະຕ່າງໆ. ປີ 2026, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ໂທລະພາບແຫ່ງຊາດ ຫວຽດນາມ ປະຕິບັດທິດນຳທີ່ວ່າ: “ສາມັກຄີເປັນເອກະພາບ - ຜ່ານຜ່າຄວາມຫຍຸ້ງຍາກບືນຕົວຂຶ້ນ - ນະວັດຕະກຳ - ເປັນມືອາຊີບມີປະສິດທິຜົນ - ບຸກທະລຸຢ່າງຮອບດ້ານ - ປະຊາຊົນເຊື່ອໝັ້ນ - ເພື່ອນມິດຮັກແພງ - ຍົກລະດັບຊື່ສຽງ” ໃຫ້ເປັນຢ່າງດີ.

        ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ມອບຫຼຽນໄຊແຮງງານຊັ້ນໜຶ່ງໃຫ້ແກ່ໂທລະພາບແຫ່ງຊາດ ຫວຽດນາມ, ຮັບຮູ້ຜົນງານດີເດັ່ນຂອງໂທລະພາບແຫ່ງຊາດ ຫວຽດນາມ ເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ. (ລ້າຍຮວາ).

ຕອບກັບ

ຂ່າວ/ບົດ​ອື່ນ