ທ່ານເລຂາທິການໃຫຍ່,ປະທານປະເທດຈີນສິ​ຈິ້ນຜິງກ່າວຄວາມເຫັນທີ່ສະໜາມບິນໂນ້ຍບ່າຍ,ຮ່າໂນ້ຍ

ທ່ານເລຂາທິການໃຫຍ່,ປະທານປະເທດຈີນສິ​ຈິ້ນຜິງກ່າວຄວາມເຫັນທີ່ສະໜາມບິນໂນ້ຍບ່າຍ,ຮ່າໂນ້ຍ - ảnh 1
ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ຈີນ ​ສິ​ຈິ້ນຜິ​ງ
(ພາບປະກອບ: baomoi)


(vovworld) - ຕອນ​ບ່າຍ​ວັນ​ທີ 5/11, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານ​ປະ​ເທດ​ຈີນ ​ສິ​ຈິ້ນຜິ​ງ ​ແລະ ພັນ​ລະ​ຍາ ​ໄດ້​ມາ​ຮອດ​ສະໜາມ​ບິນ​ສາກົນ ​ໂນ້ຍບ່າຍ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ຫວຽດນາມ. ຕ້ອນຮັບ​ ທ່ານ​ເລຂາທິການ​ໃຫຍ່​, ປະທານ​ປະ​ເທດ​ຈີນ ສິ​ຈິ້ນຜິ​ງ ​ແລະ ພັນ​ລະ​ຍາ ​ທີ່​ສະໜາມ​ບິນ ມີ​ທ່ານ​ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ດິງ​ເທ໋ຮວີ​ງ; ຮອງ​ນາ​ຍົກ​ລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິ​ງ, ຫົວໜ້າ​ຄະນະ​ພົວພັນ​ການ​ຕ່າງປະ​ເທດ ຮ່ວາງ​ບິ່ງ​ກວນ. ກ່າວ​ຄວາມ​ເຫັນ​ເມື່ອ​ມາ​ຮອດ​ຫວຽດນາມ, ທ່ານ​ເລຂາທິການ​ໃຫຍ່​, ປະທານ​ປະ​ເທດ​ຈີນ ສື່​ຈິນຜິ​ງ ຢືນຢັນ​ວ່າ, ຈີນ​ຖື​ເປັນ​ສຳຄັນ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ຈີນ​ກັບ​ຫວຽດນາມ, ຖື​ການ​ພົວພັນ​ຫວຽດນາມ - ຈີນ ​ແມ່ນ​ການ​ພົວພັນ​ຍຸດ​ທະ​ສາດ, ຍາວ​ນານ ​ແລະ ໝັ້ນ​ໝາຍ​ຈະ​ພ້ອມ​ກັບ​ຝ່າຍ​ຫວຽດນາມ​ ມຸ່ງ​ໄປ​ສູ່​ວຽກ​ງານ​ລວມ, ຍາວ​ນານ ​ແລະ ​ເຄົາ​ລົບ​ເຊິ່ງກັນ ​ແລະ ກັນ, ​ເຈລະຈາ​ມິດຕະພາບ, ພ້ອມ​ກັນ​ຊຸກຍູ້​ການ​ພົວພັນຄູ່​ຮ່ວມ​ມື ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ, ພັດທະນາ​ຢ່າງ​ມີ​ສະຖຽນ​ລະ​ພາບ, ຍາວ​ນານ. ທ່ານ​ເລຂາທິການ​ໃຫຍ່​, ປະທານ​ປະ​ເທດ​ຈີນ ສື່​ຈິນຜິ​ງ ຫວັງ​ວ່າ, ຜ່ານ​ການ​ຢ້ຽມຢາມ​ຄັ້ງ​ນີ້, ຈະ​ປັບປຸງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ວາງ​ແຜນ​ກຳນົດ​ການ​ພັດທະນາ​ໃນ​ອະນາຄົດ, ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື, ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຈີນ - ຫວຽດນາມ ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.
ຂ່າວ/ບົດ​ອື່ນ