ທ່ານເລຂາທິການໃຫຍ່ສປຊຮຽກຮ້ອງອີຣັກດຳເນີນການເຈລະຈາເພື່ອຢຸດຕິການໃຊ້ຄວາມຮຸນແຮງ

ທ່ານເລຂາທິການໃຫຍ່ສປຊຮຽກຮ້ອງອີຣັກດຳເນີນການເຈລະຈາເພື່ອຢຸດຕິການໃຊ້ຄວາມຮຸນແຮງ - ảnh 1
ທ່ານ​ເລ​ຂາ​ທິການ​ໃຫຍ່ ສປຊ Ban Ki Moon
ພາບ:cpv.org.vn


(vovworld)- ວັນ​ທີ 17/6, ທ່ານ​ເລ​ຂາ​ທິການ​ໃຫຍ່ ສປຊ Ban Ki Moon ​ເລັ່ງລັດ​ທ່ານ​ນາຍົກລັດຖະມົນຕີ ອີຣັກ Nuri al Maliki ​ໃຫ້​ດຳ​ເນີນ​ການ​ເຈລະຈາ​ເພື່ອ​ສະກັດ​ກັ້ນ​ສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ລະຫວ່າງນິກາຍ​ສາສະຫນາ​ທີ່​ເກີດ​ຂຶ້ນ​ຢູ່​ປະ​ເທດນີ້​ໃນ1 ເດືອນຜ່ານ​ມາ. ກ່າວ​ຄຳ​ເຫັນ​ໃນ​ການ​ປະຊຸມ​ຂ່າວ​ຈັດ​ຂຶ້ນ​ຢູ່ ​ເຊີ​ແນວ ປະ​ເທດ ສະ​ວິດ, ທ່ານ Ban Ki Moon ກ່າວ​ເຕືອນ ສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ລະຫວ່າງ​ນິກາຍ​ສາສະຫນາ​ຢູ່ ອີຣັກ ອາດ​ຈະ​ສືບ​ຕໍ່​​ປີນ​ຂັ້ນ​ໄດ ຍ້ອນ​ການ​ໃຊ້​ຄວາມ​ຮຸນ​ແຮງ​ເພີ​່ມຂຶ້ນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ​ສະ​ແດງ​ຄວາມ​ປາດ​ຖະຫນາ​ວ່າ​:ດ້ວຍ​ການ​ຫນູນ​ຊ່ວຍ​ຢ່າງ​ແຮງ​ຈາກບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ສາກົນ, ສປຊ ອາດ​ຈະ​ຊ່ວຍ​ລັດຖະບານ ອີຣັກ ຟື້ນ​ຟູ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ເທື່ອ​ລະ​ກ້າວ. ທ່ານ​ເລຂາທິການ​ໃຫຍ່ ສປຊ ຍົກອອກຄຳ​ຖະ​ແຫລ​ງດັ່ງກ່າວ ​ໃນ​ສະພາບ​ການ​ປະ​ທະ​ກັນ​ພວມ​ຫຍັບເຂົ້າ​ໃກ້​ກັບ​ນະຄອນຫລວງ ​ແບ​ກ​ແດດ ຂອງ​ອີ​ຣັກ.

 

 

 

ຂ່າວ/ບົດ​ອື່ນ