ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຕ້ອນຮັບປະທານສະພາສູງສະຫະພັນລັດເຊຍ

ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຕ້ອນຮັບປະທານສະພາສູງສະຫະພັນລັດເຊຍ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຫງວຽນ​ຟຸ​ຈ້ອງ​
ຕ້ອນ​ຮັບ​ປະ​ທານ​ສະ​ພາ​ສູງ​ສະ​ຫະ​ພັນ​ລັດ​ເຊຍ
(ພາບ: TTXVN)


(vovworld) - ທີ່​ການ​ຕ້ອນ​ຮັບ​ທ່ານ​ນາງປະ​ທານ​ສະ​ພາ​ສູງ​ສະ​ຫະ​ພັນ​ລັດ​ເຊຍ Valentina Matvienco, ໃນ​ຕອນ​ບ່າຍ​ວັນ​ທີ 22/02, ຢູ່​ສຳ​ນັກ​ງານ​ສູນ​ກາງ​ພັກ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟຸ​ຈ້ອງ ໄດ້​ຕີ​ລາ​ຄ​າ​ສູງ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ຄັ້ງ​ນີ້​ຂອງ​ທ່ານ​ນາງ Valentina Matvienco ທີ່​ມີ​ຄວາມ​​ໝາຍສຳ​ຄັນ​ຍິ່ງ​ໃນ​ການ​ປະ​ກອບ​ສ່ວນ​ຮັດ​ແໜ້ນ​ການ​ພ​ົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນມູ​ນ​ເຊື້ອ ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຫວຽດ​ນາມ ແລະ ສະ​ຫະ​ພັນ​ລັດ​ເຊຍ. ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ​້ອງ ຢືນ​ຢັນ​ວ່າ, ພັກ, ລັດ, ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ຖື​​ເປັນ​ສຳ​ຄັນການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ກັບ​ສະ​ຫະ​ພັນ​ລັດ​ເຊຍ, ຖືນັ້ນ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ທິດ​ທາງ​ໃຫ້​ບຸ​ລິ​ມະ​ສິດ​ອັນ​ດັບ​ໜຶ່ງ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ຕົນ; ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ໃນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ຄັ້ງ​ນີ້​ຂອງ​ທ່ານ​ນາງ Valentina Matvienco ຈະ​ສ້າງ​ກຳ​ລັງ​ໜູນ​ໃໝ່​, ປະ​ກອບ​ສ່ວນ​ປັບ​ປຸງ ແລະ ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ ເລິກ​ເຊິ່ງກວ່າ.

        ສ່ວນ​ທ່ານ​ນາງ​ປະ​ທານ​ສະ​ພາ​ສູງ Valentina Matvienco ຢືນ​ຢັນ​ວ່າ, ສະ​ຫະ​ພັນ​ລັດ​ເຊຍ ຈະ​ມາ​ນະ​ພະ​ຍາ​ຍາ​ມ​ຊຸກ​ຍູ້​ການ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​​ຮ່ວມ​ມືທີ່​ໄດ້​ຮັບ​ການ​ລົງ​ນາມ​ແລ້ວ​ລະ​ຫວ່າງ 2 ປະ​ເທດ​ໃນ​ທຸກ​ຂົງ​ເຂດ, ພ້ອມ​ກັນ​ນັ້ນ, ສະ​ພາ​ແຫ່ງ​ຊາດ​ສະ​ຫະ​ພັນ​ລັດ​ເຊຍ ຈະ​ສົ​ມ​ທົບ​ກັນ​ກັບ​ສະ​ພາ​ແຫ່​ງ​ຊາດ​ຫວຽດ​ນາມ ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ, ແນ​ໃສ່​ສູ້​ຊົນ​ເພື່​ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ເຄົາ​ລົບ​ກົດ​ໝາຍ​ສາ​ກົນ.

ຂ່າວ/ບົດ​ອື່ນ