ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບເອກອັກຄະລັດຖະທູດລາວເຂົ້າຢ້ຽມອຳລາກ່ອນສິ້ນສຸດອາຍຸການຢູ່ຫວຽດນາມ

ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບເອກອັກຄະລັດຖະທູດລາວເຂົ້າຢ້ຽມອຳລາກ່ອນສິ້ນສຸດອາຍຸການຢູ່ຫວຽດນາມ - ảnh 1
ທ່ານ ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ
ຕ້ອ​ນ​ຮັບ​ທ່ານ ສົມ​ພອນ ສີ​ຈະ​ເລີນ
ພາບ​:nguyenphutrong

(vovworld)- ທີ່​ການ​ຕ້ອ​ນ​ຮັບ​ທ່ານ ສົມ​ພອນ ສີ​ຈະ​ເລີນ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ ປະ​ຈຳ​ຫວຽດ​ນາມ ເຂົ້າ​ຢ້ຽມ​ອຳ​ລາ ເນື່ອ​ງ​ໃນ​ໂອ​ກາດ​ສິ້ນ​ສຸດ​ອາ​ຍຸ​ການ​ການ​ທູດ ຢູ່​ຫວຽດ​ນາມ, ທ່ານ ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຕີ​ລາ​ຄາ​ສູງ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ລາວ ເຂົ້າ​ໃນ​ການ​ປັບ​ປຸງ ແລະ​ ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັ​ນ​ມູນ​ເຊື້ອ ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ ຫວຽດ​ນາມ ແລະ​ລາວ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ເຊື່ອ​ໝັ້​ນ​ວ່າ: ໃນ​ຖາ​ນະ​ຕຳ​ແຫນ່ງ​ໃຫມ່, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ລາວ ຈະ​ສືບ​ຕໍ່​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ໃຫຍ່​ຫລວງ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ສາຍ​ພົວ​ພັນ​ສາ​ມັກ​ຄີແບບ​ພິ​ເສດ  ຫວຽດ​ນາມ - ລາວ. ສ່ວນ ທ່ານ ສົມ​ພອນ ສີ​ຈະ​ເລີນ ໄດ້​ຢືນ​ຢັນ​ວ່າ: ໃນ​ບໍ່​ວ່​າ​ຕຳ​ແຫນ່ງວຽກ​ງານ​ໃດ ກໍ​ຈະ​ສືບ​ຕໍ່​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ສາຍ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ ລາວ - ຫວຽດ​ນາມ.

ຂ່າວ/ບົດ​ອື່ນ