ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງສິ້ນສຸດການຢ້ຽມຢາມສ.ອິນໂດເນເຊຍແລະຢ້ຽມຢາມທາງລັດຖະກິດເຖິງສ.ສະຫະພັນມຽນມາ

(VOVWORLD) -ຕອນບ່າຍວັນທີ 26 ສິງຫາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ກັບເມືອຮອດຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມສ.ອິນໂດຍເນເຊຍ ເປັນທາງການອັນຈົບງາມ ໃນລະຫວ່າງວັນທີ 22 – 24 ສິງຫາ, ຕາມຄຳເຊີນຂອງທ່ານປະທານາທິບໍດີອິນໂດເນເຊຍ Joko Widodo
ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງສິ້ນສຸດການຢ້ຽມຢາມສ.ອິນໂດເນເຊຍແລະຢ້ຽມຢາມທາງລັດຖະກິດເຖິງສ.ສະຫະພັນມຽນມາ - ảnh 1 (ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ມີການເຈລະຈາກັບທ່ານປະທານາທິບໍດີ Joko Widodo)

ແລະ ການຢ້ຽມຢາມທາງລັດຖະກິດເຖິງປະເທດສ.ສະຫະພັນມຽນມາ ໃນລະຫວ່າງວັນທີ 24 – 26 ສິງຫາ, ຕາມຄຳເຊີນຂອງທ່ານປະທານາທິບໍດີ Htin Kyaw.

ໃນໄລຍະຢູ່ຢ້ຽມຢາມອິນໂດເນເຊຍ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ມີການເຈລະຈາກັບທ່ານປະທານາທິບໍດີ Joko Widodo, ພົບປະ ແລະ ເຈລະຈາຮ່ວມກັບປະທານພັກປະຊາທິປະໄຕຕໍ່ສູ້ Megawati Sukarnoputri; ເຂົ້າຮ່ວມ ແລະ ກ່າວປາໄສທີ່ງານລ້ຽງຂອງເວທີປາໄສວິສາຫະກິດອິນໂດເນເຊຍ - ຫວຽດນາມ… ຜ່ານບັນດາການພົບປະເຈລະຈາ, 2 ຝ່າຍໄດ້ເຫັນດີສົມທົບກັນ ແລະ ຮ່ວມມືຢ່າງແໜ້ນແຟ້ນກັບບັນດາປະເທດສະມາຊິກອາຊຽນອື່ນ ໃນການຮັກສາຄວາມສາມັກຄີ, ເປັນເອກະພາບພາຍໃນກຸ່ມ, ເສີມຂະຫຍາຍບົດບາດໃຈກາງນຳພາຂອງອາຊຽນ ໃນໂຄງປະກອບພາກພື້ນ, ປະຕິບັດການຫັນບັນດາເປົ້າໝາຍຂອງປະຊາຄົມໃຫ້ປະກົດຜົນເປັນຈິງ ແລະ ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບໃນພາກພື້ນ. ເນື່ອງໃນໂອກາດການຢ້ຽມຢາມ, 2 ຝ່າຍໄດ້ລົງນາມໃນເອກະສານຮ່ວມມື 6 ສະບັບ.

ໃນໄລຍະຢູ່ຢ້ຽມຢາມມຽນມາ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ມີການເຈລະຈາກັບທ່ານປະທານາທິບໍດີ Htin Kyaw; ພົບປະເຈລະຈາກັບທີ່ປຶກສາແຫ່ງລັດ Aung San Suu Kyi; ພົບປະເຈລະຈາກັບປະທານສະພາສູງ, ສະພາຕ່ຳ ແລະ ບັນດາການນຳອື່ນໆຂອງມຽນມາ… ຜ່ານບັນດາການພົບປະເຈລະຈາ, 2 ຝ່າຍໄດ້ເປັນເອກະພາບທິດທາງ ແລະ ບັນດາມາດຕະການຊຸກຍູ້ການພົວພັນຮອບດ້ານລະຫວ່າງ 2 ປະເທດ; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ໂດຍສະເພາະແມ່ນໃນຂອບເຂດອາຊຽນ, ການຮ່ວມມື ຕາເວັນອອກ - ຕາເວັນຕົກ, ການຮ່ວມມືໃນອະນຸພາກພື້ນແມ່ນ້ຳຂອງ… ໃນຂອບເຂດການຢ້ຽມຢາມ, 2 ຝ່າຍໄດ້ອອກຖະແຫຼງການຮ່ວມກ່ຽວກັບການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ມຽນມາ ແລະ ໄດ້ລົງນາມໃນເອກະສານຮ່ວມມື 4 ສະບັບ.

ຕອນບ່າຍວັນທີ 26 ສິງຫາ, ເມື່ອສິ້ນສຸດການຢ້ຽມຢາມທາງລັດຖະກິດເຖິງປະເທດສ.ສະຫະພັນມຽນມາ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ສົ່ງໂທລະເລກຂອບໃຈເຖິງທ່ານປະທານາທິບໍດີມຽນມາ Htin Kyaw. ໃນໂທລະເລກ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຢືນຢັນການເຊື່ອໝັ້ນຢ່າງແນວແນ່ວ່າ, ໝາກຜົນຕັ້ງໜ້າຂອງການຢ້ຽມຢາມ ແລະ ເລື່ອງ 2 ຝ່າຍເຫັນດີສ້າງຕັ້ງຂອບເຂດ “ການພົວພັນຄູ່ຮ່ວມມືຮອບດ້ານ” ລະຫວ່າງ 2 ປະເທດຈະແມ່ນຂີດໝາຍໃໝ່, ລະດັບສູງໃໝ່ ແລະ ກຳລັງໜູນໃໝ່, ນຳການພົວພັນລະຫວ່າງ 2 ປະເທດໃຫ້ນັບມື້ນັບພັດທະນາຢ່າງແຮງກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ