ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງເຂົ້າຮ່ວມພິທີສະເຫລີມສະຫລອງ1050ປີແຫ່ງວັນສ້າງລັດດ້າຍໂກ່ຫວຽດຢູ່ນີງບີງ

(VOVWORLD) -ພິທີສະເຫລີມສະຫລອງ 1050 ປີແຫ່ງວັນສ້າງລັດດ້າຍໂກ່ຫວຽດ ດຳເນີນໃນຕອນຄ່ຳວັນທີ 24 ເມສາ ຢູ່ເຂດປູຊະນີຍະສະຖານປະຫວັດສາດວັດທະນະທຳ ກຸງເກົ່າຮວາລື ຕາແສງ ເຈື່ອງອຽນ ເມືອງຮວາລື ແຂວງ ນີງບີງ.

ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງເຂົ້າຮ່ວມພິທີສະເຫລີມສະຫລອງ1050ປີແຫ່ງວັນສ້າງລັດດ້າຍໂກ່ຫວຽດຢູ່ນີງບີງ - ảnh 1 ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ພ້ອມກັບອະດີດການນຳພັກ, ລັດເຂົ້າຮ່ວມພິທີ

ພາບ:baoninhbinh

ເຂົ້າຮ່ວມພິທີ ມີທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ, ທ່ານ ຫງວຽນວັນເຖືອງ ຫົວຫນ້າຄະນະໂຄສະນາສຶກສາສູນກາງ ພ້ອມກັບການນຳ, ອະດີດການນຳພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ, ຜູ້ຕາງຫນ້າບັນດາກະຊວງ, ຄະນະ, ຂະແຫນງການຢູ່ສູນກາງ, ແຂວງ ນີງບີງ ແລະ ປະຊາຊົນທ້ອງຖິ່ນເປັນຈຳນວນຫລວງຫລາຍ.

ໃນສູນທອນໄຂພິທີສະເຫລີມສະຫລອງ, ທ່ານນາງ ຫງວຽນທິແທງ, ເລຂາພັກແຂວງ ນີງບີງ ໄດ້ເນັ້ນຫນັກເຖິງທີ່ຕັ້ງບົດບາດຂອງລັດດ້າຍໂກ່ຫວຽດ, ຄຸນງາມຄວາມດີໃນການປະກອບສ່ວນຂອງເຈົ້າຊີວິດ ດີງຕຽນຮ່ວາງ ໃນວິວັດທະນາການປະຫວັດສາດຂອງຊາດ, ບັນດາຜົນງານຂອງກອງທັບ ແລະ ປະຊາຊົນ ແຂວງ ນີງບີງ ໃນວິວັດການສ້າງສາ ແລະ ປົກປັກຮັກສາປະເທດຊາດ ກໍ່ຄືໃນກິດຈະການປ່ຽນແປງໃຫມ່ປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ