ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງເຂົ້າຮ່ວມແລະກ່າວຄຳເຫັນທີ່ກອງປະຊຸມຄະນະພັກການທະຫານສູນກາງ
ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງເຂົ້າຮ່ວມແລະກ່າວ
ຄຳເຫັນທີ່ກອງປະຊຸມຄະນະພັກການທະຫານສູນກາງ
(ພາບ: TTXVN)
(vovworld) - ວັນທີ 30/11 ທີ່ຮ່າໂນ້ຍ ຄະນະພັກການທະຫານສູນກາງໄດ້ຈັດຕັ້ງກອງປະຊຸມວາລະສຸດທ້າຍປີ 2016. ກ່າວຄຳເຫັນນະທີ່ນີ້ ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ, ເລຂາຄະນະພັກການທະຫານສູນກາງຢັ້ງຢືນວ່າ ປີ 2016 ຄະນະພັກການທະຫານສູນກາງໄດ້ສຸມໃສ່ຊີ້ນຳ, ນຳພາປະຕິບັດບັນດາໜ້າທີ່ທີ່ໄດ້ມອບໝາຍສຳເລັດເປັນຢ່າງດີ ແລະ ຮອບດ້ານ. ຄະນະພັກການທະຫານສູນກາງ ໄດ້ຊີ້ນຳນຳພາກອງທັບ ສືບຕໍ່ເສີມຂະຫຍາຍບົດບາດແກ່ນສານໃນການປົກປັກຮັກສາເອກະລາດ, ອະທິປະໄຕ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດເປັນຢ່າງດີ; ກໍ່ສ້າງພື້ນຖານປ້ອງກັນຊາດທົ່ວປວງຊົນ. ກ່ຽວກັບທິດທາງໜ້າທີ່ປີ 2017, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ສະເໜີຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ເສີມຂະຫຍາຍບົດບາດແກ່ນສານໃນການສ້າງພື້ນຖານປ້ອງກັນຊາດທົ່ວປວງຊົນເປັນຢ່າງດີ; ຍົກສູງປະສິດທິຜົນວຽກງານພົວພັນຕ່າງປະເທດປ້ອງກັນຊາດ, ສ້າງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ ປະກອບສ່ວນຍົກສູງທີ່ຕັ້ງກອງທັບ ແລະ ປະຕິບັດແນວທາງການຕ່າງປະເທດຂອງພັກ, ລັດເປັນຢ່າງດີ; ສືບຕໍ່ປ່ຽນແປງໃໝ່ ຍົກສູງກຳລັງຄວາມສາມາດການຊີ້ນຳ, ກຳລັງການຕໍ່ສູ້ຂອງອົງຄະນະພັກກອງທັບ, ຊີ້ນຳນຳພາທົ່ວກອງທັບປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງມີໄຊ.