ທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງເຮັດວຽກຢູ່ດັກນົງ

ທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງເຮັດວຽກຢູ່ດັກນົງ - ảnh 1

(ພາບ:vtvcantho.vn)

(VOV)- ​ໃນ​ວັນ​ທີ 7-8/12,  ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ດັກ​ນົງ ​ເພື່ອ​ກວດກາ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫ່ຍຄັ້ງທີ 11 ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ການ​ພັດທະນາ​ເສດຖະກິດ​ສັງຄົມ , ວຽກ​ງານ​​ຄຸ້ມ​ຄອງ, ຮັກສາ​ປ່າ ​ແລະ ວຽກ​ງານ​ກໍ່ສ້າງ​ພັກ. ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ ສະ​ເໜີ​ໃຫ້​ແຂວງ​ດັກ​ນົງ ຈົ່ງ​ສຸມ​ໃສ່​ແກ້​ໄຂ​ບັນດາ​ບັນຫາ​ພວມ​ວາງ​ອອກ​ໃນວຽກ​ງານ​​ຄຸ້ມ​ຄອງ, ຮັກສາ ​ແລະ ພັດທະນາ​ປ່າ, ທີ່​ດິນ​ປ່າ. ທີ່​ການ​ເຮັດ​ວຽກ​ຢູ່​ຕາ​ແສງ​ກວາງ​ເຕີມ, ​ເມືອງ​ຕູຍ​ດຶກ, ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ ​ ຮັບ​ຮູ້​ບັນດາ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າຍ​ທາຍ​ຊື່​ງທ້ອງ​ຖິ່ນ​ພວມ​ຕ້ອງ​ປະ​ເຊີນ​ໜ້າ ​ແລະ ຊົມ​ເຊີຍການ​ຫັນປ່ຽນ​ຮູບ​ແບບ​ເສດຖະກິດ, ການ​ທົດ​ລອງ​ບາງ​ຮູບ​ແບບ​ຜົນລະ​ປູກ, ສັດລ້ຽງ ຊື່​ງພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍຈະ​ເປີດ​ບັນດາ​ບາດກ້າວ​ພັດທະນາ​ອັນ​ດີງາມ​ໃນ​ໄລຍະ​ຈະ​ມາ​ເຖິງ​ໃຫ້​ແກ່​ປະຊາ​ຊົນຕາ​ແສງ​ກວາງ​ເຕີມ ​ເວົ້າສະ​ເພາະ ​ແລະ ​ເມືອງ​ຕູຍ​ດຶກ ​ເວົ້າລວມ:

   “ນີ້​ແມ່ນ​ຄວາມ​ຫຍຸ້ງຍາກ​ຊົ່ວຄາວ​ໃນ​ວິວັດ​ການ​ພັດທະນາ, ພວກ​ຂ້າພະ​ເຈົ້າ​ເຫັນ​ອົກ​ເຫັນ​ໃຈ ​ແລະ ​ແບ່ງປັນ​ກັບ​ບັນດາ​ສະຫາຍ ​ແຕ່​ແງ່​ຫວັງ​ການພັດທະນາ​ແມ່ນ​ດີ​ທີ່​ສຸດ. ​ແຫຼ່ງກຳລັງ​ທີ່​ດິນ, ​ແຮງ​ງານ, ກົນ​ໄກ, ນະ​ໂຍບາຍ, ຄວາມ​ເອົາ​ໃຈ​ໃສ່​ຈາກ​ການ​ນຳ​ແຂວງ​ນັບ​ມື້​ນັບ​ກໍ່​ມີ​ຄວາມ​ສະໜິດ​ຕິດ​ພັນ. ຂ້າພະ​ເຈົ້າ​ເຊື່ອມໝັ້ນວ່າ​ແຂວງ​ດັກ​ນົງ​ ຈະ​ມີ​ການ​ພັດທະນາ​ດີ​ກ່ວາ​ອີກ“

 

 

 

ຂ່າວ/ບົດ​ອື່ນ