ທ່ານເວືອງດີ່ງເຮ້ຮອງນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບ ການນຳ Central Group (ໄທ)

ທ່ານເວືອງດີ່ງເຮ້ຮອງນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບ ການນຳ Central Group (ໄທ) - ảnh 1
ທ່ານ ເວືອງ​ດີ່ງ​ເຮ້ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ
ໄດ້​ຕ້ອນ​ຮັບ ທ່າ​ນາງ Jariya Chirathivat

(ພາບ: VGP)

vovworld - ຕອນ​ບ່າຍ​ວັນ​ທີ 3/10, ທີ່ ຮ່າ​ໂນ້ຍ, ທ່ານ ເວືອງ​ດີ່ງ​ເຮ້ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ຕ້ອນ​ຮັບ ທ່າ​ນາງ Jariya Chirathivat ຜູ້ອຳນວຍການໃຫຍ່ ​ທັງແມ່ນ ຜູ້​ຕາງ​ໜ້າ​ກົດ​ໝາຍ ຂອງ Central Group (ໄທ). ​ນະ​ທີ່, ທ່ານ ເວືອງ​ດີ່ງ​ເຮ້ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຕີ​ລາ​ຄາ​ສູງ Central Group ໄດ້ເຊື່ອ​ໝັ້ນ​ລົງ​ທຶນ, ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື ຂອງ​ຫວຽດ​ນາມ​ໃນ​ບັນ​ດາ​ຂົງ​ເຂດແຈກຢາຍ, ຂາຍ​ຍົກ​, ຂາຍ​ຍ່ອຍ ກໍ່​ຄື​ບັນ​ດາ​ໂຄງ​ການ​ໃນຂົງ​ເຂດອະສັງຫາລິມະຊັບ. ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວັງ​ວ່າ Central Group ສືບ​ຕໍ່​ລົງ​ທຶນ​ໃນ​ຂົງ​ເຂດແຈກຢາຍ, ຂາຍ​ຍົກ​ຂາຍ​ຍ່ອຍ, ຮ່ວມ​ມື​ກັບ​ຄູ່​ຮ່ວມ​ມື​ຫວຽດນາມ​​ເປັນ​ຢ່າງ​ດີ​ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ​​ການແຈກ​ຢາຍ, ຮັບ​ໃຊ້ ຂອງ ລະ​ບົບ​ຂາຍ​ຍ່ອຍ​ຫວຽດນາມ; ນຳ​ບັນ​ດາ​ຜະ​ລິດ​ຕະ​ພັນ​ສິນ​ຄ້າ​ທີ່​ມີຄຸນ​ນະ​ພາບ​ສູງ ຂອງ​ໂລກ, ພິ​ເສດ​ແມ່ນ​ຂອງ​ກຸ່ມ​​ອາ​ຊຽນເຂົ້າ ​ຫວຽດ​ນາມ, ເພື່​ອຕອບ​ສະໜອງຄວາມ​ຕ້ອງ​ການ​ນັບ​ມື້​ນັບ​ສູງ​ຂອງ​ປະ​ຊາ​ຊົນ​. ທ່ານ ເວືອງ​ດີ່ງ​ເຮ້ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ Central Group ເປັນເຈົ້າ ການຮ່ວມສຳພັນລະ​ບົບ​ການ​ຜະ​ລິດ ກັບ​ບັນ​ດາ​ນັກ​​ຜະ​ລິດ​ຫ​ວຽດ​ນາມ ໃນ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ, ກະ​ສິ​ກຳ ເພື່ອ​ສ້າງ​ບັນ​ດາຜະ​ລິດ​ຕະ​ພັນ​ທີ່ມີຄຸນ​ນະ​ພາບ​​ສູງ, ຮັບ​​ປະ​ກັນສຸຂະອະນາໄມຂອງອາຫານ, ຢູ່ໃນ​ບັນ​ດາຮ້ານ​​ຊັບ​ພະ​ສິນ​ຄ້າ​ຂອງ​ຫ​ວຽດ​ນາມ. Central Group ຄວນ​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ຂອງ​ຫ​ວຽດ​ນາມ ຢ່າງ​ແໜ້ນ​ແຟ້ນ ໃນ​​ການແນະ​ນຳ​ບັນ​ດາ​ສາ​ຂາ, ​ຕົວ​ແທນ​ຈຳ​ໜ່າຍເຄື່ອນ​ໄຫວ​​ໃນກົດ​ໝາຍ​ຫວຽດ​ນາມ ແລະ ສ່ອງແສງບັນ​ດາ​ຂໍ້ຕິດຂັດ, ຄວາມຫຍຸ້ງ​ຍາກ ຂອງ Central Group ຢ່າງວ່ອງໄວ ເພື່ອ​ອຳ​ນາດ​ການ​ປົກ​ຄອງ​ແກ້​ໄຂ​ຢ່າງ​ທັນ​ການ.

 

ຂ່າວ/ບົດ​ອື່ນ