ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຈີນ ປະ​ຈຳ ຫວຽດ​ນາມ ຢັ້ງ​ຢືນ​ຄວາມ​ໝາຍ​ຂອງ​ການ​ຢ້ຽມ​ຢາມ​ຈີນ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່​ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ

(VOVWORLD) -ທ່ານ ຊູງບົວ ເອກອັກຄະລັດທະຖູດ ຈີນ ປະຈຳ ຫວຽດນາມ ໄດ້ຢັ້ງຢືນວາ ການຢ້ຽມຢາມໄດ້ສົ່ງສານຢ່າງຈະແຈ້ງກ່ຽວກັບເລື່ອງສອງປະເທດຈະເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມື
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຈີນ ປະ​ຈຳ ຫວຽດ​ນາມ ຢັ້ງ​ຢືນ​ຄວາມ​ໝາຍ​ຂອງ​ການ​ຢ້ຽມ​ຢາມ​ຈີນ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່​ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ - ảnh 1ທ່ານເລຂາທິການໃຫຍ່ ຫວຽດນາມ ຫງວຽນຝຸຈ້ອງ ໂອ້ລົມສົນທະນາກັບ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສິຈິ້ນຜິງ (ພາບ: TTXVN)

ພາຍຫຼັງສິ້ນສຸດການຢ້ຽມຢາມຈີນຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໃນລະຫວ່າງວັນທີ 3 ຕຸລາ ຫາ ວັນທີ 1 ພະຈິກ, ໂດຍຕອບສຳພາດຕໍ່ນັກຂ່າວ ສຳນັກຂ່າວສານຫວຽດນາມ, ທ່ານ ຊູງບົວ ເອກອັກຄະລັດທະຖູດ ຈີນ ປະຈຳ ຫວຽດນາມ ໄດ້ຢັ້ງຢືນວາ ການຢ້ຽມຢາມໄດ້ສົ່ງສານຢ່າງຈະແຈ້ງກ່ຽວກັບເລື່ອງສອງປະເທດຈະເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມື, ຢຶດໝັ້ນເສັ້ນທາງສັງຄົມນິຍົມ, ຊຸກຍູ້ຢ່າງແຮງການພົວພັນຄູ່ຮວ່ມມືຍຸດທະສາດຮອບດ້ານ ຈີນ - ຫວຽດນາມໃນໄລຍະຈະມາເຖິງ, ສືບຕໍ່ກ້າວ ຂຶ້ນສູ່ລະດັບສູງໃໝ່

ກ່ຽວກັບໝາກຜົນທີ່ພົ້ນເດັ່ນຂອງການຢ້ຽມຢາມ, ທ່ານເອກອັກຄະລັດຖະທູດ ຊູງບົວ ຊີ້ແຈ້ງວ່າ, ໄປຄຽງຄູ່ກັບບັນດາເອກະສານຮ່ວມມືໃນບັນດາຂົງເຂດທີ່ໄດ້ຮັບການລົງນາມແລ້ວ, ສອງຝ່າຍໄດ້ ອອກຖະແຫຼງການຮ່ວມຢ່າງແຮງ, ຢັ້ງຢືນລະດັບສູງໃນການພັດທະນາການພົວພັນຈີນ ຫວຽນດາມ. ພິເສດ, ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສິຈິ້ນຜິງ ໄດ້ປະດັບຫຼຽນໄຊມິດຕະພາບໃຫ້ແກ່ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງດ້ວຍພິທີປະດັບຫຼຽນໄຊຢ່າງສົມກຽດ, ສະແດງໃຫ້ເຫັນນ້ຳໃຈມິດຕະພາບຂອງພັກກອມມູນິດ ຈີນ ແລະ ປະຊາຊົນຈີນ ສະຫງວນໃຫ້ແກ່ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ແລະ ປະຊາຊົນ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ