ທາບທາມຄຳເຫັນດ້ານການເມືອງລະຫວ່າງກະຊວງການຕ່າງປະເທດ ຫວຽດນາມ ແລະ ສິງກະໂປ

(vovworld)-  ວັນ​ທີ 22/3 ຢູ່ ຮ່າ​ໂນ້ຍ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມກວາງ​ວີ​ງ ​ແລະ ​ເລຂາ​ປະຈຳ​ກະຊວງ​ການ​ຕ່າງປະ​ເທດ ສິງກະ​ໂປ Bilahari Kausikan ​​ເປັນ​ປະທານ​ຮ່ວມ​ການ​ທາ​ບທາມ​ຄຳ​ເຫັນ​ດ້ານ​ການ​ເມືອງ​ຄັ້ງ​ທີ 7 ​ແລະ ການ​ພົບ​ປະ​ແລກປ່ຽນ​ຄັ້ງ​ທີ 3 ລະຫວ່າງ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ແລະ ສິງກະ​ໂປ, ​ໃນ​ນັ້ນ​ສອງ​ຝ່າຍ​ໄດ້​ແລກປ່ຽນ​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ພົວພັນ​ສອງ​ຝ່າຍ ​ແລະ ບາງບັນຫາ​ພາກ​ພື້ນ ​ແລະ ສາກົນ​ຊຶ່ງ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

        ກ່ຽວ​ກັບ​ການ​ພົວພັນ​ສອງ​ຝ່າຍ, ສອງ​ຝ່າຍ​ໄດ້​ຕີ​ລາຄາ​ສູງ​ການ​ພັດທະນາ​ຢ່າງ​ເລິກ​ເຊິ່ງຂອງ​ສາຍ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ຫວຽດນາມ ​ແລະ ສິງກະ​ໂປ. ສອງ​ຝ່າຍ​​ໄດ້​ເຫັນ​ດີ​ສືບ​ຕໍ່​ສົມທົບ​ກັນ​ທີ່​ເວລາ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ, ​ເປັນ​ຕົ້ນ​ແມ່ນ​ຊຸກຍູ້​ການ​ຮ່ວມ​ມື​ໃນ ອາ​ຊຽນ ​ເພື່ອ​ສຳ​ເລັດ​ການ​ສ້າງ​ປະຊາ​ຄົມ​ອາ​ໃນ​ໃນ​ປີ 2015 ​ແລະ ບົດບາດ​ໃຈກາງ​ຂອງ ອາ​ຊຽນ​ໃນ​ບັນດາ​ບັນຫາ​ສຳຄັນ​ຂອງ​ພາກ​ພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ