(vovworld) – ຫວ່າງແລ້ວນີ້, ທີ່ບຣຸກແຊນ, ປະເທດແບນຊິກ ຫາກໍດຳເນີນການທາບທາບດ້ານການເມືອງລະຫວ່າງທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທງເຊີນ ແລະ ຜູ້ອຳນວຍການອົງການພົວພັນຕ່າງປະເທດເອີລົບ (EEAS) David O’Sullivan. ນັ້ນແມ່ນການທາບທາມດ້ານການເມືອງຂັ້ນຮອງລັດຖະມົນຕີເປັນຄັ້ງທີ 2 ຕາມຂໍ້ຕົກລົງລະຫວ່າງຫວຽດນາມ ແລະ ສະຫະພາບເອີລົບ (EU). ທີ່ການທາບທາມ, 2 ຝ່າຍໄດ້ແລກປ່ຽນບັນດາມາດຕະການເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ - EU ໃນບັນດາຂົງເຂດການເມືອງ, ປ້ອງກັນຊາດປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ - ການລົງທຶນ, ຮ່ວມມືພ້ອມກັນພັດທະນາ, ກຳນົດບັນດາເນື້ອໃນຮັບບຸລິມະສິດຜັນຂະຫຍາຍສັນຍາຄູ່ຮ່ວມມື ແລະ ຮ່ວມມືຮອບດ້ານ (PCA) ຫວຽດນາມ - EU ໃນປີ 2013 ໂດຍໄວ. 2 ຝ່າຍກໍແລກປ່ຽນທັດສະນະກ່ຽວກັບບາງບັນຫາພາຍໃນພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຄື; ການປ່ຽນແປງຂອງດິນຟ້າອາກາດ, ຮ່ວມມືອາຊຽນ - EU, ຮ່ວມມືຢູ່ເຂດອານຸພາກພື້ນແມ່ນນ້ຳຂອງ... 2 ຝ່າຍຢືນຢັນວ່າ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນທີ່ບັນດາເວທີປາໄສສາກົນ ແລະ ພາກພື້ນ. ເນື່ອງໃນໂອກາດນີ້, ທ່ານ ບຸຍແທງເຊີນ ໄດ້ມີການພົບປະກັບທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດແບນຊິກ Dirk Achten. 2 ຝ່າຍໄດ້ເຫັນດີຜັນຂະຫຍາຍການຮ່ວມມືໃນບັນດາຂົງເຂດຮັບບຸລິມະສິດຢ່າງຕັ້ງໜ້າ, ພິເສດແມ່ນໃນຂົງເຂດສຶກສາ, ບຳລຸງສ້າງ, ເຕັກໂນໂລຊີຂໍ້ມູນຂ່າວສານ, ເຕັກໂລໂນຊີຊີວະວິທະຍາ, ສິ່ງແວດລ້ອມ, ຄຸ້ມຄອງແຫຼ່ງນ້ຳ; ເປັນເອກະພາບນຳກັນໃນການສົມທົບການເຄື່ອນໄຫວຕ່າງໆຂອງ 2 ຝ່າຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຫວຽດນາມ - ແບນຊິກ.