ທ່າອາກາດສະຍານໂນ້ຍບ່າຍໄດ້ຮັບລາງວັນ“ສະໜາບບິນໄດ້ຮັບການປັບປຸງດີທີ່ສຸດໃນໂລກ”

ທ່າອາກາດສະຍານໂນ້ຍບ່າຍໄດ້ຮັບລາງວັນ“ສະໜາບບິນໄດ້ຮັບການປັບປຸງດີທີ່ສຸດໃນໂລກ” - ảnh 1
ທ່າອາກາດສະຍານສາກົນ ໂນ້ຍບ່າຍ
(ພາບປະກອບ)

(vovworld) –  ​ວັນ​ທີ 16/3, ຢູ່​ນະຄອນ Cologne, ປະ​ເທດ ​ເຢຍລະ​ມັນ, ທ່າ​ອາກາດ​ສະຍານ​ສາກົນ ​ໂນ້ຍບ່າຍ ​​ເປັນ​ກຽດ​ໄດ້​ຮັບ​ລາງວັນ “ສະໜາມ​ບິນ​​ໄດ້​ຮັບ​ການປັບ​ປຸງດີ​ທີ່​ສຸດ​ໃນ​ໂລກປີ 2016” ຈາກ ອົງການ Skytrax, ​ເຊິ່ງ​ແມ່ນ​ອົງການ​ວິຊາ​ການ, ມີ​ອິດ​ທິພົນ​ຊື່​ສຽງ​ໃນ​ໂລກ​ກ່ຽວ​ກັບ​ການ​ຕີ​ລາຄາ​ຄຸນ​ນະພາ​ບການ​ບໍລິການ​ການ​ບິນ. ຕາມ​ການ​ຕີ​ລາຄາ​ຂອງ Skytrax, ​ເລື່ອງ​ທ່າ​ອາກາດ​ສະຍານ​ສາກົນ ​ໂນ້ຍບ່າຍ ​ໄດ້​ຮັບ​ລາງວັນ​ດັ່ງກ່າວ​ແມ່ນ​ຜົນງານ​ພົ້ນ​ເດັ່ນ​ທີ່​ສຸດ, ​ເປັນ​ພະຍານ​ຫຼັກ​ຖານ​ໃຫ້​ແກ່​ການ​ປັບປຸງ​ທ່າ​ອາກາດຢ່າງ​ແຮງ​ໃນ​ປີ 2015. ພ້ອມ​ກັບ​ການ​ມອບ​ລາງວັນ​ດັ່ງກ່າວ, Skytrax ກໍ່ຕີ​ລາຄາ​ລະດັບ​ຈັດ​ອັນ​ດັບ​ບັນດາ​ສະໜາ​ມບິນ​ດີ​ທີ່​ສຸດ​ໃນ​ໂລກ, ຕາມ​ນັ້ນ​ແລ້ວ, ລະດັບ​ຈັດ​ອັນ​ດັບ​ທົ່ວ​​ໂລກ​ຂອງ​ສະໜາ​ມບິນ​ສາກົນ ​ໂນ້ຍບ່າຍ ຢືນ​ອັນ​ດັບ​ທີ 100 ​ໃນ​ຈຳນວນສະໜາມ​ບິນ​ດີ​ທີ່​ສຸດ​ໃນ​ໂລກ, ສິ່ງ​ດັ່ງກ່າວ​ບໍ່​ພຽງ​ແຕ່ສະ​ແດງ​ໃຫ້​ເຫັນ​ການ​ປັບປຸງ​ດ້ວຍ​ອຸປະກອນ​ປະກອບ​ເທົ່າ​ນັ້ນ, ຫາກ​ນັບ​​ທັງການ​ປັບປຸງ​ມາດຕະຖານ, ການ​ບໍລິການ​ຂອງ​ສະໜາມ​ບິນອີກ​ດ້ວຍ. ກ່ອນ​ໜ້າ​ນັ້ນ​, ບັນດາ​ສະໜາມ​ບິນ​ໃຫຍ່​ຄື Frankfurt/Main ​ແລະ Paris – Charles – de – Gaulle ​ເຄີຍ​​ເປັນ​ກຽດ​ໄດ​​້ຮັບ​ລາງວັນ​ສະໜາມ​ບິນ​​ໄດ້​ຮັບ​ການປັບປຸງ​ດີ​ທີ່​ສຸດ​ໃນ​ໂລກ.

 


ຂ່າວ/ບົດ​ອື່ນ