ທຳນຽບຂາວຍັງບໍ່ທັນສະຫຼຸບເລື່ອງ IS ກ່ຽວຂ້ອງ ເຖິງເຫດບຸກໂຈມຕີຢູ່ Texas

ທຳນຽບຂາວຍັງບໍ່ທັນສະຫຼຸບເລື່ອງ IS ກ່ຽວຂ້ອງ ເຖິງເຫດບຸກໂຈມຕີຢູ່ Texas - ảnh 1
ເຫດບຸກໂຈມຕີຢູ່ Texas
(ພາບ: Reuters)


​(vovworld) – ວັນ​ທີ 05/05, ທຳນຽບຂາວ​ຖະ​ແຫຼ​ງວ່າ, ຍັງ​​ໄວ​ເກີນ​ໄປເມື່ອ​ຖື​ວ່າ​ ກຸ່ມ​ລັດ​ອິດສະລາມ IS ​ເອງ​ຊື່​ເອງ ມີ​ສ່ວນ​ກ່ຽວຂ້ອງ​ເຖິງ​ເຫດ​ບຸກ​ໂຈມ​ຕີ​ຢູ່ Texas ​ແນ​ໃສ່​ງານ​ວາງສະ​ແດງ​ພາບ​ແຕ້ມ​​​ເຍາະ​ເຍີ​ຍນັກທຳ​ນາຍ Mohammed ​ໂດຍ​ກຸ່ມ​ຝ່າຍ​ຂວາ​ຕ້ານສາສະໜາ​ອິດສະລາມຈັດ​ຕັ້ງ. ​ໂຄສົກ​ທຳນຽບຂາວ Josh Earnest ​ໃຫ້​ຮູ້​ວ່າ, ​ເຫດ​ບຸກ​ໂຈມ​ຕີ​ທີ່​ມື​ປືນ 2 ຄົນ​ປະຕິບັດຍັງ​ຢູ່ໃນ​ວິວັດ​ການ​ສືບສວນ ​ແລະ ຍັງ​ບໍ່ທ​ັບສະ​ຫຼຸບວ່າ​ເຫດການ​ດັ່ງກ່າວ​ໂດຍ​ແມ່ນ IS ປະຕິບັດຫຼື​ບໍ່. ກ່ອນ​ໜ້າ​ນັ້ນ, ວັນ​ທີ 03/05, ມື​ປືນ 2 ຄົນ​ໄກ້​ຂັບ​ລົດ​ເຖິງ​ສູນ Curtis Culwell ​ແລະ ຍິງ​ປືນ​ໃສ່​ພາລະ​ກອນ​ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ນອກ​ສູນ, ​ເຮັດ​ໃຫ້​ພາລະ​ກອນ 1 ຄົນ​ຖືກ​ບາດ​ເຈັບ​ໜັກ. 2 ຄົນ​ດັ່ງ​ກ່າວ​ໄດ້​ໜີ​ໄປ​ແຕ່ຖືກ​ຕຳຫຼວດ​ຈັດ​ຕົວ.

ຂ່າວ/ບົດ​ອື່ນ