ທຳນຽບຂາວປະເອີບໃຈ ຕໍ່ແງ່ຫວັງຂອງເສດ ຖະກິດອາເມລິກາ


ທຳນຽບຂາວປະເອີບໃຈ ຕໍ່ແງ່ຫວັງຂອງເສດ ຖະກິດອາເມລິກາ - ảnh 1

(ພາບ: AFP/ TTXVN)

 (vovworld)- ​ໃນ​ບົດ​ລາຍ​ງານ​ປະກາດ​ເມື່ອວັນ​ທີ 10/3, ທຳນຽບຂາວ​ໄດ້​ຍົກ​ອອກ​ບັນດາ​ການ​ຄາດ​ຄະ​ເນ​​ປະ​ເອີ​ບ​ໃຈ​ທີ່​ສຸດ​ຕໍ່​ແງ່​ຫວັງ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ພື້ນຖານ​ເສດຖະກິດ​ອາ​ເມ​ລິ​ກາ ​ໃນ​ປີ 2014-2015. ຕາມ​ບົດ​ລາຍ​ງານ​ດັ່ງກ່າວ, ​ພື້ນຖານ​ເສດຖະກິດ​ອັນ​ດັບ​ໜຶ່ງ​ໃນ​ໂລກ​ນີ້ ຈະ​ມີ​ການ​ເຕີບ​ໂຕ 3,1% ​ໃນ​ປີ 2014 ​ແລະ 3,4% ​ໃນ​ປີ 2015. ​ໃນ​ຂະນະ​ນັ້ນ, ອັດຕາ​ສ່ວນ​ຜູ້​ຫວ່າງ​ງານ​ຈະ​ຫລຸດ​ລົງ​​ໃນລະດັບ​ສະ​ເລ່ຍ​ແມ່ນ 6,9%. ທຳ​ນຽບ​ຂາວ​ຍົກ​ອອກ​ການ​ຄາດ​ຄະ​ເນ​ດັ່ງ​ກ່າວ​ໃນ​ກໍລະນີ​ທີ່​ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ຈະ​ຮັບຮອງ​ເອົາ​ຂໍ້​ສະ​ເໜີຂອງປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ແມ່ນ​​ເພີ່ມ​ເງິນ​ເດືອນ​ພື້ນຖານ​ໃຫ້​ແກ່​ຜູ້​ອອກ​ແຮ​ງງານ​ອາ​ເມ​ລິ​ກາ​. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ບັນດາ​ທ່ານສະມາຊິກ​ລັດຖະສະພາຂອງພັກສາ​ທາ​ລະນະ​ລັດ ​ໄດ້​ຄັດຄ້ານຂໍ້​ສະ​ເໜີ​ນີ້ ດ້ວຍ​ເຫດຜົນ​ທີ່​ວ່າ​ມັນ​ຈະ​ກໍ່​ຜົນ​ເສຍ​ຫາຍ​ຕໍ່​ບັນດາ​ວິ​ສາ​ຫະກິດ./.

ຂ່າວ/ບົດ​ອື່ນ