ທຳນຽບຂາວສະໜັບສະໜູນຮ່າງກົດໝາຍລົງໂທດ ລັດເຊຍ, ສປປ.ເກົາຫຼີ, ອີຣານ

(VOVWORLD) - ວັນທີ 23 ກໍລະກົດ, ວົງການເຈົ້າໜ້າທີ່ທຳນຽບຂາວຢືນຢັນ ສະໜັບສະໜູນຮ່າງກົດໝາຍສະບັບໜຶ່ງ ພວມໄດ້ຮັບການສົ່ງເສີມຈາກສະພາແຫ່ງຊາດ ອາເມລິກາ
ທຳນຽບຂາວສະໜັບສະໜູນຮ່າງກົດໝາຍລົງໂທດ ລັດເຊຍ, ສປປ.ເກົາຫຼີ, ອີຣານ - ảnh 1 ທ່ານປະທານາທິບໍດີ Donald Trump (ພາບ: Reuters)

ແນໃສ່ຈັດວາງບັນດາຄຳສັ່ງລົງໂທດທີ່ເລັ່ງໃສ່ ລັດເຊຍ, ສປປ.ເກົາຫຼີ ແລະ ອີຣານ. ຄຳຖະແຫຼງດັ່ງກ່າວ ໄດ້ຍົກອອກມາ ພາຍຫລັງບັນດາສະມາຊິກລັດຖະສະພາຢູ່ສະພາສູງ ແລະ ສະພາຕ່ຳ ປະກາດ ເຫັນດີຕໍ່ຮ່າງກົດໝາຍດັ່ງກ່າວເປັນເວລາໜຶ່ງວັນ, ເພື່ອແນໃສ່ສະກັດກັັ້ນທ່ານປະທານາທິບໍດີ Donald Trump ຍົກເລີດ ຫຼື ຜ່ອນຄາຍບັນດາຄຳສັ່ງລົງໂທດເລັ່ງໃສ່ ລັດເຊຍ.

        ຕາມແຜນການແລ້ວ, ຮ່າງກົດໝາຍນີ້ ຈະໄດ້ຍື່ນສະເໜີຕໍ່ສະພາຕ່ຳພິຈາລະນາໃນວັນທີ 25 ກໍລະກົດ, ຫລັງຈາກນັ້ນແມ່ນ ສະພາສູງ ແລະ ສຸດທ້າຍແມ່ນຍື່ນຕໍ່ທ່ານປະທານາທິບໍດີ Donald Trump ເຊັນປະກາດໃຊ້ໃນທ້າຍເດືອນ ກໍລະກົດ ນີ້. 

ຕອບກັບ

ຂ່າວ/ບົດ​ອື່ນ