ນັກກິລາ wushu ຫວຽດນາມ ຍາດໄດ້ສອງຫຼຽນຄຳ ໃນວັນແຂ່ງຂັນທຳອິດຂອງ SEA Games 29

(VOVWORLD) - ໃນວັນແຂ່ງຂັນທາງການທຳອິດພາຍຫຼັງພິທີໄຂງານມະຫາກຳກິລາ Sea Games 29, ຄະນະນັກກິລາ ຫວຽດນາມ ຄ້ວາໄດ້ບັນດາຫຼຽນຄຳທຳອິດ, ໃນປະເພດກິລາ wushu, ນັ້ນແມ່ນນັກກິລາ ເຢືອງຖູ໋ຍວີ ແລະ ນັກກິລາ ຮ່ວາງທິເຟືອງຢາງ.
ນັກກິລາ wushu ຫວຽດນາມ ຍາດໄດ້ສອງຫຼຽນຄຳ ໃນວັນແຂ່ງຂັນທຳອິດຂອງ SEA Games 29 - ảnh 1 ນັກກິລາ ຮ່ວາງທິເຟືອງຢາງ

ພາຍຫຼັງທີ່ຄະນະນັກກິລາຂອງທິມ wushu ຄ້ວາໄດ້ 2 ຫຼຽນຄຳທຳອິດໃຫ້ຄະນະນັກກິລາ ຫວຽດນາມ ຢູ່ Sea Games 29, ທ່ານ ເຈີ່ນດຶກເຟີ໋ນ, ຫົວໜ້າຄະນະນັກກິລາ ຫວຽດນາມ ໄດ້ມອບລາງວັນໃຫ້ບັນດານັກກິລາຢູ່ກັບທີ່. ດ້ວຍ 2 ຫຼຽນຄຳ wushu, ຄະນະນັກກິລາ ຫວຽດນາມ ບືນຕົວຂຶ້ນຢຶນອັນດັບທີ 5 ໃນຕາຕະລາງຈັດອັນດັບ.

ຕອບກັບ

ຂ່າວ/ບົດ​ອື່ນ