ນັກຊ່ຽວຊານກອງທຶນເງິນຕາສາກົນຕີລາຄາສູງບັນດາການຫັນປ່ຽນຢ່າງຕັ້ງໜ້າຂອງພື້ນຖານເສດຖະກິດຫວຽດນາມ

ນັກຊ່ຽວຊານກອງທຶນເງິນຕາສາກົນຕີລາຄາສູງບັນດາການຫັນປ່ຽນຢ່າງຕັ້ງໜ້າຂອງພື້ນຖານເສດຖະກິດຫວຽດນາມ - ảnh 1
ທ່ານ ຫງວຽນ​ວັນ​ບີ​ງ ຫົວ​ໜ້າ​ຄະນະ​ເສດຖະກິດ​ສູນ​ກາງ ​ຕ້ອນຮັບ
ນັກ​ຊ່ຽວຊານ​ກອງ​ທຶນ​ເງິນຕາ​ສາກົນ ​ທ່ານ Kohn Nelmes
(ພາບ: VGP/HuyThang)

(vovworld) - ​ ວັນ​ທີ 21/04,  ທ່ານ ຫງວຽນ​ວັນ​ບີ​ງ ຫົວ​ໜ້າ​ຄະນະ​ເສດຖະກິດ​ສູນ​ກາງ ມີ​ການ​ຕ້ອນຮັບ​ຄະນະ​ນັກ​ຊ່ຽວຊານ​ກອງ​ທຶນ​ເງິນຕາ​ສາກົນ (IMF) ​ໂດຍ​ທ່ານ Kohn Nelmes ​ເປັນ ຫົວໜ້າ​ຄະນະ ທີ່​ພວມ​​ເຮັດ​ວຽກ​ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ ຫງວຽນ​ວັນ​ບີ​ງ ຫົວ​ໜ້າ​ຄະນະ​ເສດຖະກິດ​ສູນ​ກາງ  ​ໄດ້​ແຈ້ງສັງ​​ໂດຍເຂ​ບກ່ຽວ​ກັບທິດ​ທາງ, ໜ້າ​ທີ່​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ ຫວຽດນາມ ​ໃນ​ໄລຍະ 5 ປີ 2016 – 2020; ​ເນັ້ນ​ໜັກ​ບັນດາ​ບຸລິມະສິດ​ຂອງ ຫວຽດນາມ ກ່ຽວ​ກັບ​ການ​ປັບປຸງລະບອບ, ​ຮັກສາເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ປະຕິ​ຮູບ​ໃນ​ນະ​ໂຍບາຍ​ປີ​ການ​ເງິນ, ສືບ​ຕໍ່​ປະຕິ​ຮູບ​ລະບົບ​ວິ​ສາ​ຫະກິດ, ຫັນ​ບັນ​ດາ​ລັດ​ວິ​ສາ​ຫະກິດ​ເປັນ​ຫຸ້ນ​ສ່ວນ.

        ​ຕາງໜ້າ​ຄະນະ​ນັກ​ຊ່ຽວຊານ​ກອງ​ທຶນ​ເງິນຕາ​ສາກົນ, ທ່ານ ທ່ານ Kohn Nelmes ຕີ​ລາຄາ​ສູງ​ບັນດາ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ​ຂອງ​ພື້ນຖານ​ເສດຖະກິດ ຫວຽດນາມ ພິ​ເສດ ​ແມ່ນ​ໃນ​ການ​ບໍ​ລິ​ຫານ​ນະ​ໂຍບາຍ​ເງິນຕາ, ກົນ​ໄກ​ບໍລິຫານອັດຕາ​ແລກປ່ຽນ​ເງິນຕາ ​ແລະ ສ້າງ​ອົງ​ປະກອບລະບົບ​ທະນາຄານ​ຄືນ​ໃໝ່​ໃນ​ໄລຍະ​ຜ່ານ​ມາ, ປະກອບສ່ວນ​ຮັບປະກັນ​ເສດຖະກິດ​ມະ​ຫາ​ພາກ​ເປັນ​ປົກ​ກະຕິ, ຮັກສາ​ທ່າ​ເຕີບ​ໂຕຢ່າງ​ເໝາະ​ສົມ, ພ້ອມ​ທັງ​ຮັບປະກັນ​ບັນດາ​ຄວາມ​ຮຽກຮ້ອງ​ຕ້ອງການ ​ທີ່ຈຳ​ເປັນຂອງ​ສັງຄົມ.

 

ຂ່າວ/ບົດ​ອື່ນ