ນັກ​ຊ່ຽວ​ຊານ​ຈີນ: ການ​ຢ້ຽມ​ຢາມ​ຈີນ​ຂ​ອງ​ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຫ​ວຽດ​ນາມ ຟ້າມ​ມິງ​ຈິງ ຈະ​ສ້າ​ງ​ໂອ​ກາດ​ຮ່ວມ​ມື​ສອງ​ຝ່າຍຫຼາຍ​ຢ່າງ

(VOVWORLD) - ແງ່ຫວັງການຮ່ວມມືໃນຂົງເຂດເສດຖະກິດລະຫວ່າງສອງປະເທດແມ່ນໃຫຍ່ຫຼວງທີ່ສຸດ, ຍ້ອນວ່າທັງສອງຝ່າຍມີການເພີ່ມເຕີມຢ່າງມີປະສິດທິຜົນກ່ຽວກັບລະບົບອຸດສາຫະກຳ ແລະ ລະບົບສະໜອງ. 
ນັກ​ຊ່ຽວ​ຊານ​ຈີນ: ການ​ຢ້ຽມ​ຢາມ​ຈີນ​ຂ​ອງ​ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຫ​ວຽດ​ນາມ ຟ້າມ​ມິງ​ຈິງ ຈະ​ສ້າ​ງ​ໂອ​ກາດ​ຮ່ວມ​ມື​ສອງ​ຝ່າຍຫຼາຍ​ຢ່າງ - ảnh 1ທ່ານ Dong Yu ຮອງຫົວໜ້າສະຖາບັນຜູ້ປະຈຳການ ສະຖາບັນວາງແຜນກຳນົດການພັດທະນາຂອງຈີນ

ໂດຍແມ່ນນັກຊ່ຽວຊານທີ່ມີອິດທິພົນຊື່ສຽງກ່ຽວກັບເສດຖະກິດ ແລະ ການພັດທະນາຂອງຈີນ, ທ່ານ Dong Yu ຮອງຫົວໜ້າສະຖາບັນຜູ້ປະຈຳການ ສະຖາບັນວາງແຜນກຳນົດການພັດທະນາຂອງຈີນ ຂຶ້ນກັບ ມະຫາວິທະຍາໄລ Tsinghua ໄດ້ໃຫ້ຂໍ້ສັງເກດວ່າ, ການຢ້ຽມຢາມ ຈີນ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ເຂົ້າຮ່ວມກອງປະຊຸມເວທີປາໄສເສດຖະກິດ ໂລກ (WEF) ຢູ່ຈີນ ຈະສ້າງພື້ນຖານໃຫ້ແກ່ບັນດາການຮ່ວມມືທີ່ແທດຈິງລະຫວ່າງສອງປະເທດ ໃນເວລາໃກ້ໆນີ້.

ຕາມນັກຊ່ຽວຊານແລ້ວ, ແງ່ຫວັງການຮ່ວມມືໃນຂົງເຂດເສດຖະກິດລະຫວ່າງສອງປະເທດແມ່ນໃຫຍ່ຫຼວງທີ່ສຸດ, ຍ້ອນວ່າທັງສອງຝ່າຍມີການເພີ່ມເຕີມຢ່າງມີປະສິດທິຜົນກ່ຽວກັບລະບົບອຸດສາຫະກຳ ແລະ ລະບົບສະໜອງ. ຫວຽດນາມມີພື້ນຖານເປັນຢ່າງດີ ໃນບັນດາຂະແໜງຄື: ອຸດສາຫະກຳ, ເອເລັກໂຕນິກ ແລະ ຕ່ຳແຜ່ນຕັດຫຍິບ. ໃນຊຸມປີມໍ່ໆມານີ, ຫວຽດນາມ ກໍ່ໄດ້ພັດທະນາອຸດສາຫະກຳປະດິດສ້າງຮັບໃຊ້ການສົ່ງອອກຢ່າງແຮງ, ຍູ້ແຮງການຫັນປ່ຽນຮູບແບບການເຕີບໂຕ ແລະ ຍົກລະດັບອາຊີບ. ບັນດາສິ່ງນີ້ແມ່ນພື້ນຖານເພື່ອໃຫ້ ເສດຖະກິດ ຫວຽດນາມ ພັດທະນາ ແລະ ນຳມາເຊິ່ງກາລະໂອກາດໃຫ້ແກ່ການຮ່ວມມືດ້ານເສດຖະກິດການຄ້າສອງຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ