ນັກຊ່ຽວຊານຕີລາຄາສູງໝາກຜົນການຢ້ຽມຢາມ ສິງກະໂປ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ

(VOVWORLD) -ທ່ານຮອງສາດສະດາຈານ ຫວູມິງເຄືອງ, ຫົວໜ້ານັກຊ່ຽວຊານໂຮງຮຽນ ຫຼີກຸງຢູ່ ຂຶ້ນກັບມະຫາວິທະຍາໄລແຫ່ງຊາດ ສິງກະໂປ, ຕີລາຄາໝາກຜົນບຸກທະລຸຂອງການຢ້ຽມຢາມຄັ້ງນີ້ວ່າ ໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈຢ່າງໃຫຍ່ຫຼວງໃຫ້ແກ່ບັນດາວິສາຫະກິດ ສິງກະໂປ.
ນັກຊ່ຽວຊານຕີລາຄາສູງໝາກຜົນການຢ້ຽມຢາມ ສິງກະໂປ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ - ảnh 1ທ່ານຮອງສາດສະດາຈານ ຫວູມິງເຄືອງ ຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ
(ພາບ: TTXVN)

        ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຫາກໍ່ສິ້ນສຸດການຢ້ຽມຢາມ ສິງກະໂປ ແຕ່ວັນທີ 08-10 ກຸມພາ ຢ່າງເປັນທາງການ. ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ, ທ່ານຮອງສາດສະດາຈານ ຫວູມິງເຄືອງ, ຫົວໜ້ານັກຊ່ຽວຊານໂຮງຮຽນ ຫຼີກຸງຢູ່ ຂຶ້ນກັບມະຫາວິທະຍາໄລແຫ່ງຊາດ ສິງກະໂປ, ຕີລາຄາໝາກຜົນບຸກທະລຸຂອງການຢ້ຽມຢາມຄັ້ງນີ້ວ່າ ໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈຢ່າງໃຫຍ່ຫຼວງໃຫ້ແກ່ບັນດາວິສາຫະກິດ ສິງກະໂປ. ມີວິສາຫະກິດຫຼາຍແຫ່ງ, ກຸ່ມບໍລິສັດໃຫຍ່ຂອງ ສິງກະໂປ ສະແດງຄວາມສົນໃຈເຖິງການລົງທຶນເຂົ້າ ຫວຽດນາມ. ຕາມທ່ານ ຫວູມິງເຄືອງ ແລ້ວ, ການຢ້ຽມຢາມນີ້ແມ່ນການສະຫຼຸບຜົນງານຂອງການຮ່ວມມືລະຫວ່າງ 2 ປະເທດໃນໄລຍະ 50 ປີຜ່ານມາ, ຍາມໃດ 2 ຝ່າຍກໍ່ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ, ມີຄວາມຕັດສິນໃຈດ້ານການເມືອງສູງ ແລະ ຄວາມສາມາດບົ່ມຊ້ອນຮ່ວມມືຢ່າງໃຫຍ່ຫຼວງ.

ຕອບກັບ

ຂ່າວ/ບົດ​ອື່ນ