ນັກ​ຊ່ຽວ​ຊານ​ອາ​ເມ​ລິ​ກາ​ຍ້ອງ​ຍໍ​ຊົມ​ເຊີຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຄວ​ບ​ຄຸມ​ໂລກ​ລະ​ບາດ Covid – 19 ຂອງ ຫວຽດ​ນາມ

(VOVWORLD) -ທ່ານນາງ Amy Searight ຜູ້ອຳນວຍການໂຄງການອາຊີຕາເວັນອອກສ່ຽງໃຕ້ຂຶ້ນກັບສູນຄົ້ນຄ້ວາຍຸດທະສາດ ແລະ ສາກົນ ອາເມລິກາ ໄດ້ມີບົດວິເຄາະກ່ຽວກັບຄວາມມານະພະຍາຍາມຮັບມືກັບໂລກລະບາດ Covid – 19 ຢູ່ອາຊີຕາເວັນອອກສ່ຽງໃຕ້. 
ນັກ​ຊ່ຽວ​ຊານ​ອາ​ເມ​ລິ​ກາ​ຍ້ອງ​ຍໍ​ຊົມ​ເຊີຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຄວ​ບ​ຄຸມ​ໂລກ​ລະ​ບາດ Covid – 19 ຂອງ ຫວຽດ​ນາມ - ảnh 1ທ່ານນາງ Amy Searight ຜູ້ອຳນວຍການໂຄງການອາຊີຕາເວັນອອກສ່ຽງໃຕ້ຂຶ້ນກັບສູນຄົ້ນຄ້ວາຍຸດທະສາດ ແລະ ສາກົນ ອາເມລິກາ  (ພາບ: Zing)

 ຕາມບົດຂຽນແລ້ວ, ອາຊີຕາເວັນອອກສ່ຽງໃຕ້ຖືກຮັບຜົນກະທົບອັນໜັກໜ່ວງຈາກໂລກລະບາດ Covid – 19, ສະເພາະໄທ ແລະ ຫວຽດນາມ ຢັ້ງຢືນວ່າ ຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ລາຍໃໝ່ຫຼຸດລົງໃນແຕ່ລະວັນ, ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ສອງປະເທດນີ້ພວມບັນລຸໄດ້ຄວາມຄືບໜ້າໃນການຮັບມືກັບໂລກລະບາດ Covid -19.

ໃນນັ້ນ, ຫວຽດນາມຮັບມືກັບໂລກລະບາດດີພໍສົມຄວນຂະນະ ມີພຽງແຕ່ຈຳນວນຜູ້ຕິດເຊື້ອ 268 ຄົນໃນຍອດຈຳນວນພົນລະເມືອງ 95,5 ລ້ານຄົນໃນນັ້ນມີ 216ຄົນ ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ຍັງບໍ່ມີກໍລະນີໃດເສຍຊີວິດ. ນັບແຕ່ເມື່ອໂລກລະບາດເກີດຂຶ້ນ, ຫວຽດນາມໄດ້ປິດປະຕູບັນດາວິສາຫະກິດທີ່ບໍ່ຈຳເປັນ ແລະ ໂຮງຮຽນກໍ່ຄືດຳເນີນປະຕິບັດການແຍກຫ່າງທົ່ວສັງຄົມໃນຂອບຂະໜາດໃຫຍ່. ເພີ່ມທະວີວຽກງານຕິດຕາມກວດກາ ເພື່ອແນໃສ່ກວດພົບຜູ້ຕິດເຊື້ອພະຍາດ ແລະ ບັນດາຜູ້ທີ່ໄດ້ສຳຜັດກັບຜູ້ຕິດເຊື້ອໂດຍໄວ.

ຟ້າມຮວານນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ