ນັກຊ່ຽວຊານເອີລົບ ຕີລາຄາສູງການພັດທະນາຂອງ ຫວຽດນາມ

(VOVWORLD) -ບັນດານັກຊ່ຽວຊານຂອງສະຖາບັນ EIAS ຕີລາຄາສູງສະພາບການການເມືອງສະຖຽນລະພາບຂອງ ຫວຽດນາມ ກໍຄືການພັດທະນາເສດຖະກິດທີ່ໜ້າປະທັບໃຈຂອງ ຫວຽດນາມ ໃນໄລຍະຜ່ານມາ
ນັກຊ່ຽວຊານເອີລົບ ຕີລາຄາສູງການພັດທະນາຂອງ ຫວຽດນາມ - ảnh 1ທີ່ການພົບປະ
(ພາບ: TTXVN)

ເສດຖະກິດ ຫວຽດນາມ ໃນໄລຍະຜ່ານມາ ໄດ້ມີບາດກ້າວພັດທະນາບຸກທະລຸ ໃນທຸກຂົງເຂດ, ພິເສດແມ່ນດ້ານການຄ້າ. ນີ້ແມ່ນຄຳສັງເກດຂອງທ່ານ Axel Goethals, ຫົວໜ້າຝ່າຍບໍລິຫານສະຖາບັນຄົ້ນຄວ້າ ເອີລົບ ກ່ຽວກັບ ອາຊີ (EIAS) ແລະ ທ່ານ Xavier Nuttin, ນັກຊ່ຽວຊານຂັ້ນສູງຂອງ EIAS, ທີ່ການພົບປະດຳເນີນໃນຕອນບ່າຍວັນທີ 18 ສິງຫາ, ຢູ່ສຳນັກງານສະຖານທູດ ຫວຽດນາມ ປະຈຳ ບຣຸກແຊນ. ການພົບປະ ໂດຍມີການເຂົ້າຮ່ວມຂອງທ່ານ ໂງເລວັນ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ເລວິງທັງ, ຮອງເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາຊະອານາຈັກ ແບນຊິກ.

        ບັນດານັກຊ່ຽວຊານຂອງສະຖາບັນ EIAS ຕີລາຄາສູງສະພາບການການເມືອງສະຖຽນລະພາບຂອງ ຫວຽດນາມ ກໍຄືການພັດທະນາເສດຖະກິດທີ່ໜ້າປະທັບໃຈຂອງ ຫວຽດນາມ ໃນໄລຍະຜ່ານມາ, ກໍຄືການພັດທະນາເສດຖະກິດທີ່ເຕັມໄປດ້ວຍຄວາມປະທັບໃຈຂອງ ຫວຽດນາມ ໃນໄລຍະຜ່ານມາ, ພິເສດພາຍຫຼັງໂລກລະບາດໂຄວິດ-19 ໄດ້ຮັບການຄວບຄຸມ. ທ່ານ Axel Goethals ຖືວ່າ, ຫວຽດນາມ ມີທີ່ຕັ້ງສຳຄັນຕໍ່ກັບ ເອີລົບ ຢູ່ພາກພື້ນ ອາຊີ - ປາຊີຟິກ. ໃນສະພາບພູມສາດການເມືອງຄືໃນປະຈຸບັນ, ຫວຽດນາມ ຍິ່ງຢືນຢັນບົດບາດຫຼັກແຫຼ່ງຂອງຕົນຢູ່ພາກພື້ນ ແລະ ໃນ ອາຊຽນ, ເຊິ່ງແຕ່ດົນນານມາແລ້ວໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈຕໍ່ຫຼາຍປະເທດໃນໂລກ. ນີ້ແມ່ນທ່າແຮງຂອງ ຫວຽດນາມ ໃນການສ້າງຕັ້ງການພົວພັນຄູ່ຮ່ວມມື, ພິເສດແມ່ນຕໍ່ກັບ ອີຢູ.

ຕອບກັບ

ຂ່າວ/ບົດ​ອື່ນ