ນັກຖ່າຍຮູບ Nick Ut ມອບພາບຖ່າຍ “ເດັກຍິງ Napalm”ໃຫ້ຫໍພິພິທະພັນແມ່ຍິງຫວຽດນາມ

(VOVWORLD) -ຕອນເຊົ້າວັນທີ 6/5, ຫໍພິພິທະພັນແມ່ຍິງຫວຽດນາມ ໄດ້ຮັບພາບຖ່າຍ ແລະ ວັດຖຸພັນ ໂດຍນັກຖ່າຍຮູບ Nick Ut ອະດີດນັກຂ່າວພາບຂອງ ສຳນັກຂ່າວສານ AP ຂອງອາເມລິກາ ມອບໃຫ້.
ນັກຖ່າຍຮູບ Nick Ut ມອບພາບຖ່າຍ “ເດັກຍິງ Napalm”ໃຫ້ຫໍພິພິທະພັນແມ່ຍິງຫວຽດນາມ - ảnh 1 ເດັກຍິງ ກີມຟຸກ ຖືກດາດຍ້ອນລູກລະເບີດ Napalm

ນັກຖ່າຍຮູບຄົນນີ້ໄດ້ມອບໃຫ້ຫໍພິພິທະພັນ ແມ່ຍິງຫວຽດນາມ ພາບຖ່າຍ 5 ແຜ່ນ, ໃນນັ້ນ ມີພາບຖ່າຍ ເດັກຍິງ ກີມຟຸກ ຖືກດາດຍ້ອນລູກລະເບີດ Napalm ເມື່ອວັນທີ 8/6/1972 ຢູ່ ຈ໋າງບາງ, ໄຕນີງ ແລະ ກ້ອງຖ່າຍຮູບໂດຍທ່ານນຳໃຊ້ໃນໄລຍະເປັນນັກຂ່າວພາບຢູ່ສະຫນາມຮົບຫວຽດນາມ. ພາບຖ່າຍ “ເດັກຍິງ Napalm” ໄດ້ສ່ອງແສງໃຫ້ເຫັນຄວາມນອງເລືອດ, ໂຫດຮ້າຍຂອງສົງຄາມບໍ່ເປັນທຳຂອງອາເມລິກາ ຢູ່ຫວຽດນາມ, ປ່ຽນແປງການສັງເກດຂອງໂລກກ່ຽວກັບສົງຄາມຫວຽດນາມ, ປຸກລຸກຂະບວນການຄັດຄ້ານສົງຄາມຢູ່ ອາເມລິກາ. ພາບຖ່າຍແຜ່ນນີ້ຖືກຈັດອັນດັບ 41 ໃນຈຳນວນພາບ 100 ແຜ່ນທີ່ມີຜົນສະທ້ອນທີ່ສຸດໃນສັດຕະວັດທີ 20. ພາບຖ່າຍດັ່ງກ່າວໄດ້ເຮັດໃຫ້ ເດັກຍິງ ກີມຟຸກໃນຄາວນັ້ນ ຈາກຜູ້ປະສົບເຄາະຮ້າຍຈາກສົງຄາມ ປະຈຸບັນ ກາຍເປັນທູດສັນຕິພາບ ຂອງສະຫະປະຊາຊາດ. 

ຕອບກັບ

ຂ່າວ/ບົດ​ອື່ນ