ນັກທຸລະກິດຫວຽດ ນາມຮ່ວມເດີນທາງ ພ້ອມກັບການພັດ ທະນາຂອງປະເທດຊາດ


 ນັກທຸລະກິດຫວຽດ ນາມຮ່ວມເດີນທາງ ພ້ອມກັບການພັດ ທະນາຂອງປະເທດຊາດ - ảnh 1

ພິທີສະ​ເຫຼີ​ມສະຫຼອງ 10 ປີ​ແຫ່ງ​ວັນ​ນັກທຸລະກິດ​ຫວຽດນາມຢູ່​ລາວ

(ພາບ: Hoàng Cương/Vietnam+ )

(vovworld) –​​​​​​ວັນ​ທີ 13/10 ​ແມ່ນ​ວັນ​ສະ​ເຫຼີ​ມສະຫຼອງ 10 ປີ​ແຫ່ງ​ວັນ​ນັກທຸລະກິດ​ຫວຽດນາມ (13/10/2004-13/10/2014). ​ໃນ​ໂອກາດ​ນີ້, ຫຼາຍ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ໄດ້​ຈັດການ​ເຄື່ອນ​ໄຫວ​ຕ່າງໆ​ເພື່ອ​ສະ​ເຫຼີ​ມສະຫຼອງ, ​ເຊີດ​ຊູ​ບັນດານັກທຸລະ​ກິດ-ວິ​ສາ​ຫະກິດ​ດີ​ເດັ່ນ. ວັນ​ທີ 11/10, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ​ໄດ້​ເຂົ້າຮ່ວມ​ງານ​ພົບ​ປະ​ກັບ​ນັກທຸລະກິດ​ດິ​ເດັ່ນ​ປີ 2014 ລວມກ່ວາ 100 ຄົນ. ຢູ່​ນະຄອນ​ໂຮ່ຈິ​ມິນ, ສະຫະ​ສະມາຄົມ​ນັກທຸລະກິດ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ຈັດ​ພິທີ​ເຊີດ​ຊູ​ນັກທຸລະກິດ​ເດີ​ເດັ່ນ​ນະຄອນ​ປີ 2014 ລວມ 100 ຄົນ. ທ່ານ ຟ້າ​ມງອກ​ຮຶງ, ຮອງ​ປະທານສະຫະ​ສະມາຄົມ​ນັກທຸລະກິດ​ນະຄອນ​ໂຮ່ຈິ​ມິນ ​ໃຫ້​ຮູ້​ວ່າ:

  “​ໃນ​ຈຳນວນ​ນັກທຸລະກິດ​ດີ​ເດັ່ນ 100 ຄົນ​ນີ້ ​ແມ່ນ​ບັນດາ​ການ​ນຳ​ວິ​ສາ​ຫະກິດ​ດຳ​ເນີນ​ທຸລະ​ກິດ​ບັນລຸ​ປະສິດທິ​ຜົນ, ປະກອບສ່ວນ​ຫຼາຍ​ເຂົ້າ​ໃນ​ງົບປະມານ​ແຫ່ງ​ລັດ. ວິ​ສາ​ຫະກິດ​ມີ​ການ​ປະຕິ​ຮູບ​ໃນ​ການ​ຄຸ້ມ​ຄອງ​ ​ແລະ ຜະລິດ​ບັນດາ​ຜະລິດ​ຕະພັນ​ໃໝ່​ໃຫ້​ແກ່​ສັງຄົມ, ຕັ້ງໜ້າ​ເຂົ້າຮ່ວມ​ວຽກ​ງານ​ການ​ກຸສົນ, ວຽກງານສັງຄົມ“.

   ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ຫວຸ້ຕຽນ​ໂລກ, ປະທານ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ ​ໃຫ້​ຮູ້​ວ່າ:

   “​​ເວລາ 10 ປີ​ຜ່ານ​ມາ​ແມ່ນ​ວິວັດການທີ່ເຕັມ​ໄປ​ດ້ວຍ​ຄວາມ​ຫຍຸ້ງຍາກ​ລຳບາກ​ຂອງ​ວິ​ສາ​ຫະກິດ, ວິ​ສາ​ຫະກິດ​ນັບ​ແສນ​ແຫ່ງ​ໄດ້​ຖອນ​ອອກ​ຈາກ​ຕະຫຼາດ, ມີ​ຈຸດ​ເວລາ​ທີ່​ມີ​ເຖິງ 60-70% ວິ​ສາ​ຫະກິດ​ດຳ​ເນີນ​ທຸລະ​ກິດ​ບໍ່​ມີ​ກຳ​ໄລ ​ແຕ່​ວິ​ສາ​ຫະກິດ​ສ່ວນ​ຫຼາຍ​ຍັງ​ມີ​ການ​ຄົງຕົວໄດ້​ຢູ່. ວິ​ກິດ​ການ​ເສດຖະກິດ​ໄດ້​ຊ່ວຍ​ວິ​ສາ​ຫະກິດ​ສາມາດ​ດັດສົມ​ຍຸດ​ທະ​ສາດ​ແຫ່ງການ​ດຳ​ເນີນ​ທຸລະ​ກິດ, ຄຸ້ມ​ຄອງ, ພິ​ເສດ​ແມ່ນ​ຄຸ້ມ​ຄອງ​ຄວາມ​ສ່ຽງ, ປັບປຸງ​ບັນດາ​ພື້ນຖານ​ຂອງ​ການ​ພັດທະນາ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ບັນດາ​ນັກທຸລະ​ກິດ​ຫວຽດນາມ​ມີ​ຄວາມ​ລະມັດລະວັງ​ກ່ວາ ​ແລະ ​ເຕີບ​​ໃຫ່ຍຂຶ້ນ“./.

ຂ່າວ/ບົດ​ອື່ນ