ນັກທ່ອງທ່ຽວຫວຽດນາມ 9 ຄົນຈາກອີຢີບໄດ້ກັບມາຮອດຫວຽດນາມແລ້ວ

(VOVWORLD) -ຕອນບ່າຍວັນທີ 01 ມັງກອນ, ກຸ່ມນັກທ່ອງທ່ຽວຫວຽດນາມ ທຳອິດລວມມີ 9 ຄົນໃນຄະນະນັກທ່ອງທ່ຽວທີ່ໄປທ່ອງທ່ຽວຢູ່ອີຢິບ ໄດ້ກັບມາຮອດສະໜາມບິນສາກົນ ເຕີນເຊີນເຍີດ, ນະຄອນໂຮ່ຈິມິນ ແລ້ວ.

ນັກທ່ອງທ່ຽວຫວຽດນາມ 9 ຄົນຈາກອີຢີບໄດ້ກັບມາຮອດຫວຽດນາມແລ້ວ - ảnh 1ນັກທ່ອງທ່ຽວຫວຽດນາມ 9 ຄົນຈາກອີຢີບໄດ້ກັບມາຮອດຫວຽດນາມແລ້ວ

(ພາບ: TTXVN)

ພາຍຫຼັງມາຮອດສະໜາມບິນສາກົນ ເຕີນເຊີນເຍີດ, ຜູ້ຕາງໜ້າບໍລິສັດທ່ອງທ່ຽວ Saigontourist ຈຳກັດຜູ້ດຽວ ໃຫ້ຮູ້ວ່າ: ພາຍຫຼັງທີ່ມານະພະຍາຍາມ, ຮີບເຮັ່ງນຳໃຊ້ທຸກວິທີການ ແລະ ສົມທົບກັນຢ່າງແໜ້ນແຟ້ນຂອງຄະນະປະຕິບັດງານທີ່ກ່ຽວຂ້ອງເປັນເວລາ 3 ວັນ, ຄະນະນັກທ່ອງທ່ຽວທີ່ປະສົບເຄາະຮ້າຍຢູ່ອີຢິບ ກໍ່ໄດ້ກັບຄືນມາປະເທດດ້ວຍຄວາມປອດໄພ.

ຕອບກັບ

ຂ່າວ/ບົດ​ອື່ນ