ນັກທ່ອງທ່ຽວເຂົ້າຮ່ວມງານບຸນລິມ2016ເປັນຈຳນວນຫຼວງຫຼາຍ

ນັກທ່ອງທ່ຽວເຂົ້າຮ່ວມງານບຸນລິມ2016ເປັນຈຳນວນຫຼວງຫຼາຍ - ảnh 1
(ງານ​ບຸນ​ລິມ 2016)

(vovworld) –​ ໃນ​ວັນ​ທີ 12 ແລະ 13 ເດືອນ​ຈ​່ຽງ (ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ​) ແຕ່​ລະ​ປີ, ບັນ​ດາ​ບ່າວ​​ສາວ, ນັກ​ທ່ອງ​ທ່ຽວ​ໄດ້​ກັບ​ຄືນ​ເມືອງ​ຕຽນ​ຢູ, ແຂວງ​ບັ໋ກ​ນິງ ເພື່ອ​ເຂົ້າ​ຮ່ວມ​ງານ​ບຸນ​ລິມ. ວັນ​ທີ 20/02 (ກົງ​ກັບ​ວັນ​ທີ 13 ເດືອນ​ຈ່ຽງ​ແມ່ນ​ງານ​ບຸນ​ຕົ້ນ​ຕໍ່) ມີ​ຜູ້​ເຂົ້າ​ຮ່ວມ​ງານ​ບຸນ​ລິມ​ນັບໝື່ນໆ​ຄົນ. ປີນີ້​, ງານ​ບຸນ​ລິມ ໄດ້​ຈັດການ​ເຄື່ອນ​ໄຫວ​ພິ​ເສດ​ຫຼາຍ​ຢ່າງ​ຄື: ຖະ​ຫວາຍ​ທູບ​ຖຽນ​ຢູ່​ວັດ ຮົ່ງ​ເອີນ ແລະ ບັນ​ດາ​ສາ​ລາ​ບ້ານ, ວັດ​ອື່ນໆ​ຢູ່​ບັນ​ດາ​ບ້ານ​ຂຶ້ນ​ກັບ​ຕາ​ແສງ ໂນ້ຍ​ເຢ້ວ, ເທດ​ສະ​ບານ​ລິມ. ຄຽງ​ຂ້າງນ​ັ້ນ ຍັງ​ມີ​ການຂັບ​ກວານ​ຫໍ້ ຢູ່​ຕໍ່​ໜ້າ​ປະ​ຕູ​ສາ​ລາ​ບານ, ວັດ, ຂັບ​ກວາ​ຫໍ້​ເທິງ​ເຮືອ. ທ່ານ ຫງວ​ຽນ​ວັນ​ບັ່ງ, ນັກ​ທ່ອງ​ທ່ຽວ​ມາ​ຈາກ​ຮ່າ​ໂນ້ຍ ເຂົ້າ​ຮ່ວມ​ງານ​ບຸນ​ລິມ ໃຫ້​ຮູ້​ວ່າ.

      “ງານ​ບຸນ​ລິມ​ ໄດ້​ມີ​ກ່ອນນີ້​ນັບ​ພັນ​ປີ​ແລ້ວ. ແຕ່​ລະ​ປີ​ທຸກ​ຄົນ​ລ້ວນ​ແຕ່​ສະ​ແດງຄວາມ​ເບີກ​ບ່ານ​ມ່ວນ​ຊື່ນ​ເມື່ອ​ກັບ​ເມືອ​ເຂົ້າ​ຮ່ວມ​ງານ​ບຸນ, ກ່ອນ​ອື່ນ​ໝົດ​ແມ່ນ​ໄປ​ວັດ, ຫຼັງ​ຈາກນ​ັ້ນ​ແມ່ນ​ຮັບ​ຟັງ​ຂັບ​ກວານ​ຫໍ້. ຂ້າ​ພະ​ເຈົ້າ​ມັກ​ຟັງ​ຂັບ​ກວານ​ຫ​ໍ້​ແຕ່​ຄາວ​ຍັງ​ນ້ອຍ. ປີນີ້​ແມ່ນ​ປີ​ທີ 3 ທີ່​ຂ້າ​ພະ​ເຈົ້າ​ເຂົ້າ​ຮ່ວມ​ງານ​ບຸນ​ລິມ”.

ຂ່າວ/ບົດ​ອື່ນ