ນັກປາດ 7 ທ່ານຍາດໄດ້ລາງວັນ Nobel ຈະເຂົ້າຮ່ວມ “ງານພົບປະຫວຽດນາມຄັ້ງທີ 9”

ນັກປາດ 7 ທ່ານຍາດໄດ້ລາງວັນ Nobel ຈະເຂົ້າຮ່ວມ “ງານພົບປະຫວຽດນາມຄັ້ງທີ 9” - ảnh 1
ສາດສະດາ​ຈານ ​ເຈີ​ນ​ແທງ​ເວີນ
ພາບປະກອບ:internet


(vovworld)-ມີ​ນັກປາດ​ວິທະຍາສາດ​ສາກົນ ກວ່າ 200 ທ່ານ ມາ​ຈາກ​ກວ່າ 30 ປະ​ເທດ,​​ໃນ​ນັ້ນ ມີ​ນັກວິທະຍາ​ຍາດ, ນັກປາດ 7 ທ່ານທີ​່​ໄດ້​ຮັບ​ລາງວັນ Nobel ຈະ​ເຂົ້າ​ຮ່ວມ “ງານ​ພົບ​ປະ​ຫວຽດນາມ ຄັ້ງ​ທີ 9” ຢູ່ ນະຄອນ ກູ​ຍ​ເຍີນ ​ແຂວງ ບີ່​ງດີ້​ງ ​ແຕ່​ວັນ​ທີ 28/7-17/8. ນີ້​ແມ່​ນການ​ເຄື່ອນ​ໄຫວ​ໂດຍ​ອົງການ​ພົບ​ປະ​ຫວຽດນາມ ສົມທົບ​ກັບ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ, ກະຊວງ​ການ​ຕ່າງປະ​ເທດ ​ແລະ ຄະນະ​ກຳມະການ​ປະຊາຊົນ​ແຂວງ ບີ່​ງດີ້​ງ ຈັດ​ຕັ້ງ​ຂຶ້ນ ​ເນື່ອງ​ໃນ​ໂອກາດ​ສ​ະ​ເຫລີ​ມສະຫລອງ 40 ປີ​ແຫ່ງ​ການ​ຮ່ວມ​ມື ຫວຽດນາມ - ຝລັ່ງ ​ແລະ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ອົງການ​ພົບ​ປະ​ຫວຽດນາມ. ຂ່າວ​ຄາວ​ດັ່ງກ່າວ​ໂດຍ​ແມ່ນ​ສາດສະດາ​ຈານ ​ເຈີ​ນ​ແທງ​ເວີນ​, ຜູ້​ສ້າງ​ຕັ້ງ​ອົງການ​ພົບ​ປະ​ຫວຽດນາມ ​ແບ່ງປັນ​ທີ່​ການ​ປະຊຸມ​ຂ່າວ​ໃນ​ຕອນ​ບ່າຍວັນ​ທີ 23/7 ຢູ່ ຮ່າ​ໂນ້ຍ.

ຂ່າວ/ບົດ​ອື່ນ