ນັກ​ສຶກ​ສາ ຫວຽດ​ນາມ ຢູ່ ອົດ​ສະ​ຕາ​ລີ ໂຄ​ສະ​ນາ​ພາບ​ພົດ ຫວຽດ​ນາມ ໄປ​ຍັງ​ເພື່ອນ​ມິດ ສາ​ກົນ

(VOVWORLD) - ລາຍການໄດ້ຈັດຂຶ້ນເພື່ອປະກອບສ່ວນເຂົ້າໃນການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງຫວຽດນາມ ແລະ ອົດສະຕາລີ.
ນັກ​ສຶກ​ສາ ຫວຽດ​ນາມ ຢູ່ ອົດ​ສະ​ຕາ​ລີ ໂຄ​ສະ​ນາ​ພາບ​ພົດ ຫວຽດ​ນາມ ໄປ​ຍັງ​ເພື່ອນ​ມິດ ສາ​ກົນ - ảnh 1ລາຍການສະແດງສິລະປະຂອງນັກສຶກສາ ຫວຽດນາມ (ພາບ: TTXVN)

ຕອນຄ່ຳວັນທີ 17 ສິງຫາ, ຢູ່ Sydney, ປະເທດ ອົດສະຕາລີ, ສະມາຄົມ ນັກສຶກສາ ຫວຽດນາມ ຢູ່ມະຫາວິທະຍາໄລ Wollongong (VGong), ນະຄອນ Sydney, ລັດ New South Wales ໄດ້ຈັດການແຂ່ງຂັນຊອກຫາຜູ້ມີຄວາມເກັ່ງກ້າສາມາດ “VGong’s Got Talent 2023”. 8 ລາຍການທີ່ໄດ້ຮັບການຄັດເລືອກເພື່ອສະແດງໃນຮອບຊີງຊະນະເລີດ ຂອງບັນດານັກສຶກສາ ມະຫາວິທະຍາໄລ Wollongong ທີ່ມາຈາກຫຼາຍປະເທດ ພ້ອມກັນສ້າງເປັນຄວາມປະທັບໃຈທີ່ພິເສດ. ລາຍການສະແດງສິລະປະ ຂອງນັກສຶກສາຫວຽດນາມ ຢູ່ມະຫາວິທະຍາໄລ Wollongong ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳ ຫວຽດນາມ.

ກ່າວຄຳເຫັນໄຂລາຍການ, ທ່ານ ຫງວຽນດັ່ງທັ໊ງ ກົງສູນໃຫຍ່ ຫວຽດນາມ ປະຈຳ ລັດ New South Wales, ລັດ Queensland ແລະ ລັດ ອົດສະຕາລີໃຕ້ ຖືວ່າ ລາຍການໄດ້ຈັດຂຶ້ນເພື່ອປະກອບສ່ວນເຂົ້າໃນການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງຫວຽດນາມ ແລະ ອົດສະຕາລີ, ເໝາະສົມກັບຈິດໃຈຂອງການພົວພັນສອງຝ່າຍທີ່ມີການພັດທະນາຢ່າງກະໂດດຂັ້ນໃນຕະຫຼອດໄລຍະ 50 ປີຜ່ານມາ. ທ່ານກໍ່ຫວັງວ່າ ບັນດານັກສຶກສາ ຈະແມ່ນນັກການທູດໃນອະນາຄົດຂອງສອງປະເທດ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການການພົວພັນ ຫວຽດນາມ - ອົດສະຕາລີ.

ຕອບກັບ

ຂ່າວ/ບົດ​ອື່ນ