ນັກສຶກສາຕ່າງປະເທດຕ້ອນຮັບບຸນເຕັດປີມະແມຢູ່ຫວຽດນາມ


ນັກສຶກສາຕ່າງປະເທດຕ້ອນຮັບບຸນເຕັດປີມະແມຢູ່ຫວຽດນາມ     - ảnh 1
Lou Varvas ນັກ​ສຶກສາ​ຊາວ​ຝະ​ລັ່ງ (ເບືື້ອງ​ຂວາ)

(vovworld)-  ເນື່ອງ​ໃນ​ໂອ​ກາດ ບຸນ​ເຕັດ​ປີ​ມະ​ແມ 2015, ຢູ່​ຕາມ​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ, ສະ​ຖາ​ບັນ, ວິ​ທະ​ຍາ​ໄລ​ໃນ​ບໍ​ລິ​ເວນ​ນະ​ຄອນຫຼວງ​ຮ່າ​ໂນ້ຍ, ມີນັກ​ສຶກ​ສາ​​ຕ່າງ​ປະ​ເທດກວ່າ 110 ຄົນບໍ່​ໄດ້​ກັບ​ເມືອ​ປະ​ເທດ ແລະ ​ຕ້ອນ​ຮັບ​ບຸນ​ເຕັດ​ປີ​ມະ​ແມຢູ່​ຫວຽດ​ນາມ.  Lou Varvas ນັກ​ສຶກສາ​ຊາວ​ຝະ​ລັ່ງ ເປີດ​ເຜີຍ​ວ່າ : ບຸນ​ເຕັດ​ຢູ່​ຫວຽດ​ນາມ​ມ່ວນຫຼາຍ. ຜ່ານ​ໝູ່​ເພື່ອນ ແລະ ຄູ​ອາ​ຈານ, ນ້ອງ​ສາ​ມາດ​ຮູ້​ຈັກຫຼາຍ​ຈຸດ​ວັດ​ທະ​ນະ​ທຳ​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊາວ​ຫວຽດ​ນາມ. ສ່ວນ​ເພື່ອນ Riccaroi Bessard ນັກ​ສຶກ​ສາ​ຊາວ ກາ​ນາ​ດາ ເຫັນ​ວ່າ ບຸນ​ເຕັດ​ຢູ່​ຫວຽດ​ນາມ​ແມ່ນ​ມີ​ຄວາມ​ອົບ​ອຸ່ນ, ທຸກໆ​ຄົນ​ໃນ​ຄອບ​ຄົວ​ໄດ້​ເຕົ້າ​ໂຮມ​ກັນ​ເພື່ອ​ຕ້ອນ​ຮັບ​ຈຸດ​ເວ​ລາ ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃໝ່.

   ໃນ​ຂະ​ນະ​ນັ້ນ, ບັນ​ດາ​ນັກ​ສຶກ​ສາ​ຫວຽດນາມຢູ່​ປາ​ຣີ ກໍ​ພ້ອມ​ກັບ​ພວກ​ເພື່ອ​ນັກ​ສຶກ​ສາ​ຊາວ​ຝະ​ລັ່ງ ຈັດ​ຕັ້ງ​ການ​ຫໍ່​ເຂົ້າ​ຕົ້ມ ຄື​ເປັນ​ວິ​ທີ​ສະ​ແດງ​ຄວາມ​ຄິດ​ຮອດ​ຄິດ​ເຖິງ​ກົກ​ເຄົ້າ​ເຫງົ້າ​ກໍ​ຂອງ​ຕົນ. ຫງວຽນ​ຈິ້​ບາວ ປະ​ທານ​ສະ​ມາ​ຄົມ​ນັກ​ສຶກ​ສາ​ຫວຽດ​ນາມ ປະ​ຈຳ​ປາ​ຣີ ໃຫ້​ຮູ້​ວ່າ :

   “  ແນວ​ຄວາມ​ຄິດ​ແມ່ນ​ເລີ່ມ​ມາ​ຈາກ​ເລື່ອງ​ທີ່​ວ່າ ໃຜໆ​ກໍ​ຮູ້​ຈັກ​ເຖິງ​ເຂົ້າ​ຕົ້ມ​ໝູ, ແຕ່​ມີ​ເພື່ອບໍ່​ຫຼາຍ​ຄົນ​ທີ່​ຈະ​ຮູ້​ຈັກ​ວິ​ທີ​ຫໍ່​ເຂົ້າ​ຕົ້ມຍາມ​ບຸນ​ເຕັດ, ດັ່ງ​ນັ້ນ, ພວກ​ນ້ອງ​ຄິດ​ວ່າ ຈະູ​ເຕົ້າ​ໂຮມ​ປະ​ຊຸມ​ກັນ​ໃນ​ມື້​ໜຶ່ງ​ເພື່ອ​ແອບຫໍ່​ເຂົ້າ​ຕົ້ມ. ມີຫຼາຍ​ຄົນ​ບໍ່​ໄດ້​ນອນ​ກາງ​ຄືນ​ເພື່ອ​ກະ​ກຽມ”

ຂ່າວ/ບົດ​ອື່ນ