ນັກສຶກສາມະຫາວິທະຍາໄລ,ວິທະຍາໄລ 14 ແຫ່ງເຂົ້າຮ່ວມງານບຸນຕົວໜັງສືສ.ເກົາຫຼີ 2018

(VOVWORLD) -ຕອນເຊົ້າວັນທີ 14 ຕຸລາ, ມະຫາວິທະຍາໄລເຕັກໂນໂລຊີນະຄອນໂຮ່ຈິມິນ ໄດ້ສົມທົບກັບສະຖານກົງສູນສ.ເກົາຫຼີ ປະຈຳນະຄອນໂຮ່ຈິມິນ, ກອງທຶນພົວພັນສາກົນສ.ເກົາຫຼີ ແລະ ອົງການຮ່ວມມືສາກົນສ.ເກົາຫຼີ ຈັດງານບຸນຕົວໜັງສືສ.ເກົາຫຼີ 2018.

ນັກສຶກສາມະຫາວິທະຍາໄລ,ວິທະຍາໄລ 14 ແຫ່ງເຂົ້າຮ່ວມງານບຸນຕົວໜັງສືສ.ເກົາຫຼີ 2018 - ảnh 1ນັກສຶກເຂົ້າຮ່ວມງານບຸນຕົວໜັງສືສ.ເກົາຫຼີ 2018 

(ພາບ: voh.com.vn)

ງານບຸນໄດ້ດຶງດູດການເຂົ້າຮ່ວມຂອງນັກສຶກສາທີ່ມາຈາກມະຫາວິທະຍາໄລ, ວິທະຍາໄລ 14 ແຫ່ງຢູ່ທາງພາກໃຕ້ຫວຽດນາມ ເປັນຈຳນວນຫຼາຍ.

        ດ້ວຍຫົວຂໍ້ວ່າ “Hangeul, ເຊື່ອມຕໍ່ກັບທຸກໆຄົນ”, ງານບຸນຕົວໜັງສືສ.ເກົາຫຼີ 2018 ດຳເນີນໄປດ້ວຍການເຄື່ອນໄຫວຟົດຟື້ນຫຼາຍຢ່າງຄື: ແຂ່ງຂັນກັນອອກແບບເຄື່ອງແບບ, ອອກແບບ ແລະ ວາງສະແດງຜະລິດຕະພັນຫັດຖະກຳທີ່ເປັນມູນເຊື້ອຂອງສ.ເກົາຫຼີ, ແຂ່ງຂັນກັນຊອກຮູ້ຄວາມຮູ້ຂະແໜງສ.ເກົາຫຼີ ວິທະຍາ… ນອກນັ້ນ, ບັນດາເພື່ອນໜຸ່ມຍັງໄດ້ຊອກຮູ້ກ່ຽວກັບອາຫານການກິນຂອງສ.ເກົາຫຼີ, ເຂົ້າຮ່ວມການລະຫຼີ້ີນພື້ນເມືອງອີກດ້ວຍ. ເພື່ອນ ໂຮ່ຫງວຽນເຄືອງ, ນັກສຶກສາປີທີ 4, ມະຫາວິທະຍາໄລເຕັກໂນໂລຊີນະຄອນໂຮ່ຈິມິນ, ໃຫ້ຮູ້ວ່າ.

        “ງານບຸນໄດ້ແບ່ງເປັນບັນດາຮ້ານວາງສະແດງທີ່ແຕກຕ່າງກັນ, ຕາມ 4 ລະດູ ແລະ ມີຂໍ້ມູນຫຼາຍຢ່າງເພື່ອໃຫ້ບັນດາເພື່ອນໜຸ່ມໄດ້ຊອກຮູ້ຄື: ການລະຫຼີ້ນພື້ນເມືອງ, ບັນດາບົດເພງທີ່ເປັນມູນເຊື້ອ, ບັນດາວາດຟ້ອນຂອງສ.ເກົາຫຼີ. ບັນດາງານບຸນທີ່ເປັນມູນເຊື້ອຄືແນວນີ້ ໄດ້ຊ່ວຍໃຫ້ພວກນ້ອງໄດ້ເຫັນ, ໄດ້ຮັບຟັງກ່ຽວກັບວັດທະນະທຳຂອງປະເທດສ.ເກົາຫຼີ ຫຼາຍກວ່າ”.

ຕອບກັບ

ຂ່າວ/ບົດ​ອື່ນ