ນັກຮຽນ ຫວຽດນາມ 6 ຄົນລ້ວນແຕ່ຍາດໄດ້ຫຼຽນ ໃນການເສັງ Olympic ຄະນິດສາດສາກົນປີ 2018

(VOVWORLD) - ຕາມຂໍ້ມູນຂ່າວຈາກກົມຄຸ້ມຄອງຄຸນນະພາບ, ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ແລ້ວ, ນັກຮຽນ ຫວຽດນາມ 6 ຄົນທີ່ເຂົ້າຮ່ວມການເສັງ Olympic ຄະນິດສາດສາກົນຄັ້ງທີ 59 ຢູ່ປະເທດ ຣຸມານີ ລ້ວນແຕ່ຍາດໄດ້ຫຼຽນລາງວັນ.
ນັກຮຽນ ຫວຽດນາມ 6 ຄົນລ້ວນແຕ່ຍາດໄດ້ຫຼຽນ ໃນການເສັງ Olympic ຄະນິດສາດສາກົນປີ 2018  - ảnh 1 ນັກຮຽນ ຫວຽດນາມ 6 ຄົນທີ່ເຂົ້າຮ່ວມການເສັງ Olympic ຄະນິດສາດສາກົນຄັ້ງທີ 59

ເມື່ອເປັນເຊັ່ນນັ້ນ, ທີມແຫ່ງຊາດ ຫວຽດນາມ ທີ່ເຂົ້າຮ່ວມການເສັງ Olympic ຄະນິດສາດສາກົນປີ 2018 ໄດ້ສືບຕໍ່ຮັກສາໝາກຜົນ 100% ຂອງນັກຮຽນທີ່ຍາດໄດ້ຫຼຽນໃນຊຸມປີມໍ່ໆມານີ້. ຜົນສຳເລັດຂອງຄະນະນນັກຮຽນເຂົ້າຮ່ວມການເສັງ Olympic ຄະນິດສາດສາກົນ ໄດ້ປະກອບສ່ວນຢັ້ງຢືນໝາກຜົນຕັ້ງໜ້າຂອງກະຊວງສຶກສາ ແລະ ບຳລຸງສ້າງໃນວຽກງານບຳລຸງສ້າງນັກຮຽນດີເດັ່ນ, ກໍ່ຄືຄວາມມານະພະຍາຍາມຂອງບັນດາທ້ອງຖິ່ນໃນການພົບເຫັນ, ບຳລຸງນັກຮຽນເກັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ